ສອບຖາມບັນຫາກ່ຽວກັບລັດວິສາຫະກິດໄຟຟ້າລາວ

ການບໍລິການ

ຍ້ອນຫຍັງ ເວລາມີບັນຫາໄຟຟ້າແລ້ວໂທແຈ້ງ ແຕ່ຜ່ານໄປ 2-3 ຊົ່ວໂມງກໍຍັງບໍ່ມາສ້ອມແປງ ແລະ ເປັນຫຍັງໄຟຟ້າດັບແຕ່ລະຄັ້ງ ຈຶ່ງໃຊ້ເວລາໃນການສ້ອມແປງດົນ ?

  ​​ເວລາ​ມີ​ບັນຫາ​ໄຟຟ້າ​ແລ້ວ​ໂທ​ແຈ້ງ ​ແຕ່​ຜ່ານ​ໄປ 2-3 ຊົ່ວ​ໂມງ​ກໍ​ຍັງ​ບໍ່ມາ​ສ້ອມ​​ແປງນັ້ນ ກໍລະ​ນີຊັກ​ຊ້າແມ່ນ​ອາດ​ເປັນ​ຍ້ອນສະຖານທີ່ທີ່ປະສົບບັນຫາຢູ່ໄກ ຫຼື ເວລາໂມງລົດຕິດ, ການ​ສັນຈອນ​ ປະຕິບັດ​ໜ້າ​ທີ່​ໃນ​ຕອນ​ກາງ​ເວັນ​ຈະ​ພົບ​ກັບ​ບັນຫາ​ການ​ຈາລະ​ຈອນ​ທີ່​ແອ​ອັດ​ຢ່າງ​ຫຼວງ​ຫຼາຍ ຫຼື ​ໃນ​ກໍລະ​ນີ ​ເກີດ​ບັນຫາ​ຫຼາຍ​ຈຸດ​ກໍ​ຈຳ​ເປັນ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພາກສ່ວນ​ກ່ຽວຂ້ອງອື່ນໆ​ໄປ​ແທນ ອາດ​ເປັນ​ໄດ້​ບາງ​ກໍລະນີ​, ສາ​ເຫດ​ຕ່າງໆ​ດັ່ງ​ທີ່​ກ່າວ​ມາ​ນີ້​ກໍ​ເປັນສາ​ເຫດຫຼັກ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ຊັກ​ຊ້າ​ໃນ​ການ​ບໍລິການ. ໄລຍະ​ເວລາ​ທີ່​ໃຊ້​ໃນ​ການ​ສ້ອມ​ແປງ​ ຫຼື ​ແກ້​ໄຂ​ໄຟ​ດັບແຕ່​ລະ​ຄັ້ງ​ແຕກ​ຕ່າງ​ກັນ​ຍ້ອນ​ມີຫຼາຍສາ​ເຫດ ​  ເປັນ​ຕົ້ນ: ​ເກີດ​ຈາກ​ໄພ​ທຳ​ມະ​ຊາດ ທີ່​ເຮັດ​ໃຫ້​ຕົ້ນ​ໄມ້​ໄປ​ຕິດ​ກັບ​ແລວ​ສາຍ ຫຼື ຫັກ​ທັບສາຍ​ໄຟ, ສາຍ​ໄຟ​ຂາດ, ກະ​ລິບ​ລົ້ມ ​ເຊິ່ງຈຳ​ເປັນ​ຕ້ອງ​ໄດ້ມອດໄຟ​ບາງ Feeder ຊົ່ວ​ຄາວ ຫຼື​ ໂອນ​ໄຟ​ມາ​ໃຊ້​ແທນ ​ແມ່ນ​ໃຊ້​ເວລາ 1-2ຊົ່ວ​ໂມງ, ຊົ່ວ​ໂມງ​ລົດ​ຕິດ, ​ເກີດ​ເຫດ​ໄຟຟ້າ​ຕິດ​ຂັດ​ພ້ອມ​ກັນ​ຫຼາຍ​ຈຸດ ຫຼື ບຳລຸງ​ຮັກສາ​ຕາ​ຂ່າຍ, ອຸປະກອນ​ປ່ຽນຖ່າຍ​ບໍ່ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ເວລາ, ຫຼື​ກໍລະນີ​ຟິວ​ໄໝ້ ກໍ​ຕ້ອງ​ໄດ້​ດັບ​ໄຟ ​ແລະ ​ໃຊ້​ເວລາ​ປ່ຽນຖ່າຍ​ອຸປະກອນ 1-2ຊົ່ວ​ໂມງ​ເຊັ່ນ​ດຽວກັນ ຫຼື ກໍລະນີ​ກົງ​ເຕີ​ໄໝ້ ກໍ​ຈຳ​ເປັນ​ຕ້ອງ​ໄດ້​ມອດ​ແລ້ວ​ຕັດ​ຕໍ່​ໄຟ​ກ່ອນ ອາດ​ຈະ​ໃຊ້​ເວລາ 1ຊົ່ວ​ໂມງ​ເປັນ​ຢ່າງ​ຕ່ຳ.