ສອບຖາມບັນຫາກ່ຽວກັບລັດວິສາຫະກິດໄຟຟ້າລາວ

ການບໍລິການ

ຕໍ່ໜ້າຂອງລັດວິສາຫະກິດໄຟຟ້າລາວ ຈະມີນະໂຍບາຍຜັນຂະຫຍາຍທິດຊີ້ນໍາຂອງ ລັດຖະບານໃນການຮັບປະກັນກັບການດໍາເນີນທຸລະກິດ, ທັງຮັບປະກັນການບໍລິການໃຫ້ຜູ້ຊົມໃຊ້ໄດ້ໃຊ້ໄຟຟ້າ ໃນລາຄາທີ່ເໝາະສົມ ແລະ ໂປ່ງໃສ?

ດັ່ງທີ່ໄດ້ກ່າວມາກ່ຽວກັບພື້ນຖານໃນກໍານົດລາຄາຂາຍໄຟຟ້າ, ຊຶ່ງຕົ້ນທຶນການຂາຍໄຟຟ້າປະກອບດ້ວຍ 5 ອົງປະກອບຫຼັກ ແລະ ອົງປະກອບເຫຼົ່ານັ້ນ ລ້ວນແລ້ວແຕ່ມີຜົນກະທົບຕໍ່ ລັດຖະບານ, ການດໍາເນີນທຸລະກິດຂອງໄຟຟ້າລາວ ແລະ ປະຊາຊົນ ກໍ່ຄືຜູ້ຊົມໃຊ້ໄຟຟ້າທັງໝົດ.

  • ຕໍ່ບັນຫານີ້ ໄຟຟ້າລາວໄດ້ເອົາໃຈໃສ່ຄົ້ນຄວ້າຊອກຫາວິທີທາງທີ່ເປັນໄປໄດ້ທີ່ສຸດ ເພື່ອຫຼຸດຜ່ອນຕົ້ນທຶນໃນການຈໍາໜ່າຍໄຟຟ້າ, ໂດຍສະເພາະແມ່ນຕົ້ນທຶນຮັບຊື້ໄຟຈາກແຫຼ່ງຜະລິດເອກະຊົນ, ຕົ້ນທຶນລະບົບສົ່ງ, ຕົ້ນທຶນການບໍລິຫານ-ຈັດການ, ການບໍາລຸງຮັກສາສ້ອມແປງ ແລະ ອື່ນໆ, ຊຶ່ງພວກເຮົາຈະພະຍາຍາມຄົ້ນຄວ້າວິທີທາງສຸດຄວາມສາມາດ ເພື່ອໃຫ້ໄດ້ຕົ້ນທຶນຕໍ່າທີ່ສຸດ ແລະ ສາມາດຈໍາໜ່າຍໄຟຟ້າໃຫ້ພໍ່ແມ່ປະຊາຊົນ ໃນລາຄາທີ່ຕໍ່າ, ພ້ອມທັງ ປະຕິບັດຕາມແນວທາງນະໂຍບາຍຂອງລັດຖະບານ ກໍ່ຄື ການສ້າງລັດວິສາຫະກິດໄຟຟ້າລາວ ໃຫ້ເປັນວິສາຫະກິດທີ່ມີຜົນກໍາໄລ ແລະ ເປັນກໍາລັງຫຼັກໃນການຂັບເຄື່ອນເສດຖະກິດ-ສັງຄົມ ຂອງ ປະເທດຊາດ.