ສອບຖາມບັນຫາກ່ຽວກັບລັດວິສາຫະກິດໄຟຟ້າລາວ

ການບໍລິການ

ນະໂຍບາຍຂອງລັດວິສາຫະກິດໄຟຟ້າລາວຕໍ່ປະຊາຊົນຜູ້ມີລາຍໄດ້ໜ້ອຍ ຫຼື ຢູ່ຫ່າງໄກສອກຫຼີກໄດ້ມີໄຟຟ້າໃຊ້ມີແນວໃດ ?

   ນະ​ໂຍບາຍ​ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ຕໍ່ກັບ​ປະຊາຊົນ​ຜູ້​ມີ​ລາຍ​ໄດ້​ໜ້ອຍ ຫຼື ຢູ່​ຫ່າງ​ໄກ​ສອກຫຼີກ ​​ໂດຍ​ມີ​ໂຄງການ P2P (Power to the Poor) ​ເຊິ່ງ​ໂຄງການ​ດັ່ງກ່າວ​ແມ່ນ​​ເປັນ​ໂຄງການ​​ເພື່ອຕອບ​ສະໜອງ​ໃຫ້​ແກ່​ຄອບຄົວ​ຜູ້​ທຸກ​ຍາກ​ ເຊິ່ງຈະອີງ​ຕາມ​ເງື່ອນ​ໄຂ​ກໍ່ຄື ​ຄອບຄົວ​ນັ້ນຕ້ອງ​ໄດ້​ຮັບ​ການ​ຢັ້ງ​ຢືນ​ຈາກ​ອຳນາດການປົກຄອງ​ບ້ານ ວ່າ​ຄອບຄົວ​ດັ່ງ​ກ່າວມີ​ສະພາບ​ທຸກ​ຍາກ​ແທ້​, ມີ​ໂຄງ​ສ້າງ​ເຮືອນ​ໝັ້ນຄົງ​ ​ແລະ ປອດ​ໄພ​ຕໍ່ກັບ​ການ​ຕິດ​ຕັ້ງ​ໄຟຟ້າ, ​ໄລຍະ​ຫ່າງຈາກ​​ເຮືອນ​ຫາ​ເສົາ​ໄຟຟ້າ​ຕ້ອງ​ບໍ່​ໃຫ້​ເກີນ 40​ແມັດ. ​ເຖິງ​ແມ່ນ​ຈະ​ບໍ່ມີ​ຜົນ​ຕອບ​ແທນ​ທາງ​ດ້ານ​ເສດຖະກິດ ​ແຕ່​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ໄດ້​ສ້າງ​ຕາ​ຂ່າຍ​​ໄຟຟ້າໄປ​ຮອດ​​ເຂດ​ບ້ານ​ເຮືອນປະຊາຊົນ​ຜູ້​ຢູ່​ຫ່າງ​ໄກ​ສອກຫຼີກ ​ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ມີ​ໄຟຟ້າ​ຊົມ​ໃຊ້ຢ່າງ​ທົ່ວເຖິງ.