ສອບຖາມບັນຫາກ່ຽວກັບລັດວິສາຫະກິດໄຟຟ້າລາວ

ການບໍລິການ

ການປັບປຸງລາຄາໄຟຟ້າມີລາຍລະອຽດແນວໃດ?

ການ​ປັບປຸງ​ລາຄາ​ໄຟຟ້າ​ມີ​ລາຍ​ລະອຽດ​ດັ່ງ​ນີ້: ດ້ວຍ​ຫວັງ​ໃຫ້​ປະຊາຊົນ​ທຸກ​​ເຜົ່າ​ຊົນ​ສາມາດຫຼຸດ​ພົ້ນ​​ໄດ້​ຈາກ​ຄວາມທຸກ​ຍາກ. ດັ່ງ​ນັ້ນ ສປປ ລາວ ຈຶ່ງ​​ໄດ້​ກຳນົດເປົ້າ​ໝາຍ​ທີ່​ຈະ​ໝູນ​ໃຊ້​ຊັບພະຍາກອນ​ຈາກທຳ​ມະ​ຊາດ​ ທີ່​ມີ​ຢູຢ່າງ​ຈຳກັດ​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ ​ໂດຍ​ມີ​ແນວທາງ​ທີ່​ຈະ​ພັດທະນາ​ໃຫ້    ສປປ ລາວ ເປັນແຫລ່ງຜະລິດໄຟຟ້ານ້ຳຕົກລາຍໃຫຍ່ ຢູ່ໃນລະບົບໄຟຟ້າອາຊຽນ. ແຕ່ດ້ວຍຄວາມຫຍຸ້ງຍາກທາງດ້ານທຶນຮອນໃນການກໍ່ສ້າງ, ອີກທັງຄວາມພ້ອມທາງດ້ານຊັບພະຍາກອນມະນຸດຂອງປະເທດລາວເຮົາຍັງບໍ່ທັນພຽງພໍ ​ແຕ່ພວກເຮົາຈຶ່ງຈຳເປັນຕ້ອງລົງທຶນເພື່ອພັດທະນາເຂື່ອນໄຟຟ້າ ແລະ ສາຍສົ່ງໄຟຟ້າ ເຊິ່ງທຶນດັ່ງກ່າວກໍຈຳເປັນຕ້ອງອີງໃສ່ຫຼາຍພາກສ່ວນ ທັງທຶນຈາກຕ່າງປະເທດ ແລະ ເອກະຊົນ ແລະ ໃນໄລຍະຍາວປະເທດລາວເຮົາກໍຈະມີພະລັງງານໄຟຟ້າທີ່ພຽງພໍຕໍ່ການນຳໃຊ້ທັງພາຍໃນ ແລະ ຫຼາຍພໍທີ່ຈະສົ່ງອອກສູ່ຕ່າງປະເທດເພື່ອສ້າງລາຍຮັບໃຫ້ແກ່ ສປປ ລາວ ​ແລະ ໃນອີກບໍ່ດົນອັດຕາຄ່າໄຟຟ້າໃນປະເທດເຮົາກໍຈະມີສະຖຽນລະພາບດັ່ງຄວາມຄາດຫວັງຂອງປະຊາຊົນທຸກຄົນໃນ ສປປ ລາວ.