ສອບຖາມບັນຫາກ່ຽວກັບລັດວິສາຫະກິດໄຟຟ້າລາວ

ການບໍລິການ

ເປັນຫຍັງ ສປປ ລາວ ຜະລິດພະລັງງານໄຟຟ້າໄດ້ຫຼາຍແຕ່ຍັງຕ້ອງໄດ້ຊື້ພະລັງງານຈາກປະເທດເພື່ອບ້ານ ?

           ສາ​ເຫດ​ທີ່ ສປປ ລາວ ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ຫຼາຍ​ແຕ່​ຍັງ​ຕ້ອງ​ໄດ້​ຊື້​ພະລັງງານ​ຈາກ​ປະ​ເທດ​ເພື່ອ​ບ້ານ ຍ້ອນເງື່ອນ​ໄຂ​ໃນ​ການ​ກໍ່ສ້າງ ສາ​ຍສົ່ງ ​ແລະ ສະຖານີ​ໄຟຟ້າ​ແຫ່ງ​ໃໝ່​ຂອງ​ພວກ​ເຮົາ​ແມ່ນ​ຍັງ​ບໍ່ພຽງພໍ​ ​​​ເນື່ອງ​ຈາກຈຳ​ເປັນ​ຕ້ອງ​ໄດ້​ນຳໃຊ້​ງົບປະມານ​ອັນ​ມະຫາສານ ​ແລະ ດ້ວຍ​ເຫດ​ທີ່ມີບາງ​ພື້ນ​ທີ່​ໃນ ສປປ ລາວ ​ທີ່ສາຍ​ສົ່ງ​​ກະ​ແສ​ໄຟຟ້າຂອງເຮົາ​ເອງ​ບໍ່ສາມາດ​ເຂົ້າ​ໄປ​ເຖິງ​ໄດ້​ ​ເປັນ​ຕົ້ນ​: ​ແຂວງ​ໄຊ​ຍະ​ບູລີ ​ແຂວງ​ບໍ່​ແກ້ວ ​ແຂວງ​ຫຼວງ​ນ້ຳທາ ​ເມືອງ​ສະ​ໝ້ວຍ(​ແຂວງ​ສາລະ​ວັນ) ບໍ່ຄຳ​ເຊ​ໂປ​ນ, ​ ​ດັ່ງ​ນັ້ນ​ພວກ​ເຮົາ​ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ນຳ​ເຂົ້າກະ​ແສ​ໄຟຟ້າ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ທີ່​ໃກ້​ຄຽງພື້ນ​ທີ່ມາ​ນຳ​ໃຊ້. ​ (ການ​ຊື້​ກະ​ແສ​ໄຟຟ້າ​ຈາກ​ປະ​ເທດ​​ເພື່ອນ​ບ້ານ​ຄິດ​ໄລ່​ສະ​ເລ່ຍ​ແລ້ວ​ແມ່ນ​ຈະ​ໃຊ້​ງົບ​ປະມານ​ໜ້ອຍ​ກວ່າ​ການກໍ່ສ້າງສາ​ຍສົ່ງ ​ແລະ ສະຖານ​ນີ​ແຫ່ງ​ໃໝ່), ຊຶ່ງ​ການ​ເຊື່ອມ​ໂຍງ​ຂອງ​ລະບົບ​ໄຟຟ້າ​ຍັງ​ບໍ່ທັນ​ມີ ​ແລະ ​ການ​ຜະລິດ​ໄຟຟ້າ​ຂອງ​ລາວ​ເຮົາ​ແມ່ນ​ເປັນ​ໂຄງການ​ໄຟຟ້າ​ພະລັງ​ນ້ຳ ​ນັ້ນ​ໝາຍ​ຄວາມ​ວ່າ ​ໃນ​ລະດູ​ແລ້ງ​ການ​ຜະລິດ​ພະລັງງານ​ໄຟຟ້າ​ເພື່ອ​ຊົມ​ໃຊ້​ພາຍ​ໃນ​ແມ່ນ​ບໍ່ພຽງພໍ​ກັບຄວາມ​ຕ້ອງ ການ, ນອກ​ນີ້ ​ໂຄງການ​ໃຫຍ່ໆ​ທີ່​ເກີດ​ຂຶ້ນ​ໃນ​​ໄລຍະ​ຜ່ານ​ມາກໍ່​​ເປັນ​ໂຄງການ​ຜະລິດ​ເພື່ອ​ສົ່ງ​ອອກ​ຕ່າງປະ​ເທດ. ຈາກ​ບັນດາ​ແຜນ​ນະ​ໂຍບາຍ, ​ສູ້​ຊົນ ຂອງ​ລັດຖະບານ ​ເພື່ອ​ໃຫ້​ຫຼຸດ​ພົ້ນ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ​ພາຍ​ໃນ​ປີ 2020 ກໍ່ຄື​ໃຫ້​ແຕ່ລະ​ຄົວ​ເຮືອນ​ມີ​ໄຟຟ້າ​ໃຊ້ 98% ​ໃນ​ທົ່ວ​ປະ​ເທດ, ການ​ພັດທະນາ​ແຫຼ່ງຜະລິດ​ໄຟຟ້າ ​ໃນ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ຄຽງຄູ່​ກັບ​ຄວາມຕ້ອງ​ການ​ໄຟຟ້າ​ພາຍ​ໃນ​ປະ​ເທດ​ທີ່​ເພີ່ມ​ຂຶ້ນ​ແບບ​ກ້າວ​ກະ​ໂດດ ​ເຊິ່ງ​ເຫັນ​ໄດ້​ຈາກ​ສະຖິຕິ ກຳລັງ​ການ​ຕິດ​ຕັ້ງ​ໄຟຟ້າ​ທັງ​ໝົດ​ທົ່ວ​ປະ​ເທດ ​ໃນ​ປີ 2010 ມີ 2,546.7 MW (ບໍ່ລວມ​ໄຟຟ້າ​ນອກ​ລະບົບ) ​ໃນ​ນັ້ນ 383,5 MW ​ເປັນ​ການ​ຄຸ້ມ​ຄອງ​ຂອງ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ, 100 MW ​ເປັນ​ຂອງ ບໍລິສັດ​ເອກະ​ຊົນ​ລົງທຶນ​ເພື່ອຮັບ​ໃຊ້​ພາຍ​ໃນ ​ແລະ 2,062 MW ​ເປັນ​ຂອງ​ເອກະ​ຊົນ​ລົງທຶນ​ເພື່ອ​ສົ່ງ​ອອກ, ຮອດ​ປີ 2016 ​ເຫັນ​ວ່າ​ການ​ຂະຫຍາຍຕົວ​ຂອງ​ແຫຼ່ງຜະລິດ​ໄຟຟ້າ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ຫຼື ​ເທົ່າ​ກັບ 128% ​ເມື່ອ​ທຽບ​ໃສ່​ປີ 2010, ​ໃນ​ນັ້ນ​ເຫັນ​ວ່າ​ແຫຼ່ງຜະລິດ​ທີ່​ເປັນ​ຂອງ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ຄຸ້ມ​ຄອງ​ເພີ່ມ​ຂຶ້ນ 62%, ​ເອກະ​ຊົນ​ລົງທຶນ​​ເພື່ອ​ຮັບ​ໃຊ້ພາຍ​ໃນ ​ເພີ່ມ​ຂຶ້ນ​ຮອດ 674% ​  ແລ​ະ ​ເອກະ​ຊົນ​ລົງທຶນ​ເພື່ອສົ່ງ​ອອກ ​ເຫັນ​ວ່າ​ເພີ່ມ​ຂຶ້ນ 114%. ​ແຕ່​ປີ 2016-2030 ​ແຜນ​ພັດທະນາ​ແຫຼ່ງຜະລິດ​ໄຟຟ້​າທົ່ວ​ ປະ​ເທດ ມີ​ທັງ​ໝົດ 262​ໂຄງການ, ລວມກຳລັງ​ການ​ຕິດ​ຕັ້ງ​ທັງ​ໝົດ 19,124 MW ​ໃນ​ນັ້ນ​ມີ ​ໂຄງການ​ທີ່​ດຳ​ເນີນ​ການ​ຜະລິດ​ແລ້ວທັງ​ໝົດ 32 ​ໂຄງການ, ​ໂຄງການ​ທີ່ຢູ່​ໃນ​ຂັ້ນ​ຕອນ CA ທັງ​ໝົດ 17 ​ໂຄງການ, ​ໂຄງການ​ທີ່ຢູ່​ໃນ​ຂັ້ນ​ຕອນ PDA[1] ທັງ​ໝົດ 34 ​ໂຄງການ, ​ໂຄງການ​ທີ່​ໄດ້​ຮັບຮອງ ສຶກສາ​ຄວາມ​ເປັນ​ໄປ​ໄດ້​ແລ້ວ (FS) ທັງ​ໝົດ 111 ​ໂຄງການ ​ແລະ ​ໂຄງການ​ທີ່​ນອນ​ຢູ່​ໃນ​ຂັ້ນ​ຕອນ MOU ມີ​ທັງໝົດ 28 ​ໂຄງການ.