ສອບຖາມບັນຫາກ່ຽວກັບລັດວິສາຫະກິດໄຟຟ້າລາວ

ການບໍລິການ

ຕໍ່ກັບກະແສສັງຄົມທີ່ເກີດຂຶ້ນກ່ຽວກັບການບໍລິການ ລັດວິສາຫະກິດໄຟຟ້າລາວ ໄດ້ມີການຕິດຕາມ ແລະ ແກ້ໄຂແນວໃດເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບຜູ້ຊົມໃຊ້ໄຟຟ້າ ກໍຄືແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ?

ວຽກງານບໍລິການຂອງພວກເຮົາປະກອບດ້ວຍ ທີມງານສ້ອມແປງໄຟສຸກເສີນ, ທີມງານຕິດຕັ້ງສ້ອມແປງ Hot line (ສ້ອມແປງໃນກໍລະນີສຸກເສີນ ບໍ່ໄດ້ມອດໄຟ), ທີມງານບໍລິການສາຍດ່ວນ (Call Center), ວຽກງານຈົດເລກໝໍ້ນັບໄຟ ແລະ ທີມງານອື່ນໆອີກຈໍານວນໜຶ່ງ ຊຶ່ງໄລຍະຜ່ານມາພວກເຮົາກໍ່ໄດ້ເອົາໃຈໃສ່ ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນການບໍລິການແກ້ໄຂໄຟຕົກ-ໄຟມອດ ທີ່ເກີດຈາກຫຼາຍປັດໄຈ ເຊັ່ນ: ບັນຫາດ້ານເຕັກນິກ, ໄພທໍາມະຊາດ ແລະ ເຫດສຸດວິໄສອື່ນໆ. ແຕ່ກໍ່ຍອມຮັບວ່າບາງຄັ້ງຄາວ ການເຮັດໜ້າທີ່ກໍ່ຍັງມີຄວາມຊັກຊ້າ ໂດຍສະເພາະໃນຊ່ວງໄລຍະທີ່ໄພທໍາມະຊາດກະທົບຕໍ່ລະບົບສົ່ງ ແລະ ລະບົບຈໍາໜ່າຍເປັນວົງກວ້າງ.

  • ຕໍ່ວຽກງານບໍລິການປະຊາຊົນ (ລູກຄ້າ),​ ພວກເຮົາໄດ້ເອົາໃຈໃສ່ປັບປຸງແກ້ໄຂວິທີການເຮັດວຽກເປັນແຕ່ລະໄລຍະ, ຊຶ່ງປັດຈຸບັນໄດ້ເອົາໃຈໃສ່ວຽກງານປັບປຸງປະຊາສໍາພັນ ເປັນຕົ້ນແມ່ນການປັບປຸງລະບົບບໍລິການສາຍດ່ວນໃຫ້ສາມາດໃຊ້ໄດ້ຢ່າງເປັນປົກກະຕິ ແລະ ຮອງຮັບຄູ່ສາຍຫຼາຍຂຶ້ນ. ພ້ອມນີ້, ກໍ່ໄດ້ເອົາໃຈໃສ່ລົງແກ້ໄຂຂໍ້ຂ້ອງໃຈຕາມສະຖານທີບ້ານເຮືອນຂອງ ພໍ່ແມ່ປະຊາຊົນ ທີ່ໄດ້ຮ້ອງຮຽນ ຫຼື ມີຂໍ້ສົງໃສ່ກ່ຽວກັບບັນຫາຕ່າງໆ ຂອງ ໄຟຟ້າລາວ.