ສອບຖາມບັນຫາກ່ຽວກັບລັດວິສາຫະກິດໄຟຟ້າລາວ

ການບໍລິການ

ຈາກການຖະແຫຼງຂ່າວການຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການຜ່ອນຜັນ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງ Covid-19 ເດືອນ 4.5.6 ລັດວິສາຫະກິດໄຟຟ້າລາວ ຈະມີວິທີການຄິດໄລ່ຊົດເຊີຍຄືນແນວໃດ?

ສໍາລັບ ການນະໂຍບາຍສໍາລັບກຸ່ມຜູ້ໃຊ້ໄຟໃນລະຫວ່າງ 151-461 ກິໂລວັດໂມງ/ເດືອນ  ທີ່ໄດ້ຮັບຜົນກະທົບຄືການໄດ້ຈ່າຍຄ່າໄຟເພີ່ມຂຶ້ນຈາກລາຄາໄຟເກົ່າ 6 ຂັ້ນນັ້ນ ແມ່ນໃຫ້ມີວິທີການຄິດໄລ່ໃໝ່ຄື:

  • ຜູ້ຊົມໃຊ້ທີ່ໃຊ້ໄຟຟ້າແຕ່ 151-461 ກິໂລວັດໂມງ/ເດືອນ ສຳລັບ 150 ກິໂລວັດໂມງທຳອິດແມ່ນໃຫ້ຄູນລາຄາ 355 ກີບ/ກິໂລວັດໂມງ, ສ່ວນພະລັງງານທີ່ເຫຼືອ ແມ່ນໃຫ້ຄູນລາຄາ 710 ກີບ/ກິໂລວັດໂມງ ແລ້ວເອົາມູນຄ່າທັງສອງຂັ້ນ ມາບວກກັນເປັນລາຄາໄຟຟ້າ. ເຊິ່ງການປະຕິບັດນະໂຍບາຍນີ້ແມ່ນຈະປະຕິບັດຮອດເດືອນທັນວາ ປີ 2020 ຕາມການຊີ້ນໍາຂອງລັດຖະບານ.
  • ສໍາລັບຜູ້ນໍາໃຊ້ໄຟ 0-150KWH/ເດືອນ ແມ່ນໃຊ້ລາຄາ 355ກີບ/ KWH ແລະ ຜູ້ໃຊ້ໄຟ 462 KWH/ເດືອນ ຂຶ້ນໄປ ແມ່ນໃຊ້ລາຄາ 710ກີບ/KWH, ເຊິ່ງລາຄາດັ່ງກ່າວ ແມ່ນເປັນລາຄາທີ່ຫຼຸດຈາກລາຄາເກົ່າ 6 ຂັ້ນແລ້ວ.
  • ສໍາລັບວິທີການປະຕິບັດໄລ່ລຽງຄືນ ໃຫ້ຜູ້ຊົມໃຊ້ໄຟໃນລະຫວ່າງ 151-461 KWH/ເດືອນ ທີ່ຈ່າຍຄ່າໄຟເດືອນ 4-5-6 ໄປແລ້ວນັ້ນ ທາງໄຟຟ້າລາວ ຈະມີວິທີການປະຕິບັດດັ່ງນີ້:
  • ຄ່າກະແສໄຟເດືອນ 4 ເປັນບິນເດືອນ 5 ຈ່າຍຄືນໃນບິນ ເດືອນ 7.
  • ຄ່າກະແສໄຟເດືອນ 5 ເປັນບິນເດືອນ ເດືອນ 6 ຈ່າຍຄືນໃນບິນ ເດືອນ 8.
  • ຄ່າກະແສໄຟເດືອນ 6 ເປັນບິນເດືອນ ເດືອນ 7 ຈ່າຍຄືນໃນບິນ ເດືອນ 9.
  • ( ແຕ່ຕ້ອງໃຫ້ຜູ້ຊົມໃຊ້ເບິ່ງຄືນວ່າ ໃນໄລຍະ ເດືອນ 4.5.6 ຕົນເອງແມ່ນໃຊ້ພະລັງງານແຕ່ 151-461 ກິໂລວັດໂມງ ຫຼື ບໍ່ )