ສອບຖາມບັນຫາກ່ຽວກັບລັດວິສາຫະກິດໄຟຟ້າລາວ

ການບໍລິການ

ເປັນຫຍັງເສົາໄຟຟ້າຈຶ່ງບໍ່ແຂງແຮງ ຫັກງ່າຍ ?

     ເສົາ​ໄຟຟ້າ​ທີ່​ນຳ​ໃຊ້​ຢູ່​ໃນ ສປປ ລາວ ບາງ​ຕົ້ນ​ອາດ​ບໍ່​ໄດ້​ຢູ່​ໃນ​ການ​ຄຸ້ມ​ຄອງຂອງ ​ໄຟຟ້າ​ລາວ, ​ແຕ່​ສຳລັບ​ເສົາທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ໄຟຟ້າ​ລາວ ​ເປັນ​ເສົາ​ໄຟຟ້າ​ທີ່​ໄດ້​ມາດຕະຖານ ​ແລະ ຜ່ານ​ການ​ກວດກາ​ຕາມ​ເຕັກນິກ ​​ພ້ອມທັງຜ່ານ​ການ​ທົດສອບ​ຄວາມ​ແຂງ​ແຮງ​ທົນ​ທານ ດ້ວຍ​ການ​ທົດ​ລອງ​ຫັກ​ເສົາ​ໄຟຟ້າ​ຕາມ​ນໍ້າໜັກ​ແຮງ​ດຶງ​ທີ່​ພຽງພໍ​ສຳລັບ​ການ​ຮອງ​ຮັບ​ນ້ຳໜັກ​ຂອງ​ສາຍ​ໄຟຟ້າ​ຮຽບຮ້ອຍ​ກ່ອນ​ຈະ​ຖືກ​ນຳ​ໄປ​ຕິດ​ຕັ້ງທຸກ​ຕົ້ນ​​ແມ່ນໃຫ້​ຢູ່​ໃນ​ໄລຍະຫ່າງ​ຕາມ​ມາດຕະຖານ​ຂອງ​ເສົາ​ໄຟຟ້າ​ແຕ່ລະ​ຂະໜາດ​ເຊັ່ນ: ​ເສົາ 8​ແມັດ ​ໃຊ້​ສາຍ 25ມມ ​ແມ່ນ​​ໃຫ້​ຕັ້ງ​ຫ່ງກັນ​ 45​ແມັດ/ຕົ້ນ, ​ເສົາ 12​ແມັດ ​ໃຊ້​ສາຍ 25ມມ ​ແມ່ນ​ໃຫ້​ຕັ້ງ​ຫ່າງ​ກັນ 70​ແມັດ/ຕົ້ນ, ​ເສົາ 12​ແມັດ ​ໃຊ້​ສາຍ 70ມມ ​ແມ່ນ​​ໃຫ້​ຕັ້ງ​ຫ່ງກັນ​ 50 ຫຼື 60ແມັດ/ຕົ້ນ … ​ແຕ່​ເນື່ອງ​ຈາກ​ສາ​ເຫດ​ທີ່​ເສົາ​ໄຟຟ້າ​ຫັກ ຫຼື ​ເປ່​ເພ​ກໍ່ມາ​ຈາກ​ຫຼາຍ​ກໍລະນີ​ເຊັ່ນ ​ໄພ​ທຳ​ມະ​ຊາດ ຫຼື ອຸບັດ​ຕິ​ເຫດ ​ເມື່ອ​ເກີດ​ເຫດການ​ດັ່ງກ່າວ​ຂຶ້ນຕ້ອງ​ໂທ​ແຈ້ງ​ສູນ​ສ້ອມ​ແປງທີ່​ສາຍ​ດ່ວຍ 1199 ທັນທີ ​ເພື່ອ​ຫຼີກ​ລ່ຽງຄວາມ​ເສຍ​ຫາຍ​ທີ່​ອາດ​ຈະ​ເກີດ​ເພີ່ມ​ຂຶ້ນ.