ພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງ ຄຊປປລ ພ້ອມປະດັບຫຼຽນ ຊາວໜຸ່ມຕະລຸມບອນ ແລະ ມອບຫຼຽນກາລະນຶກ 65 ປີ

16-06-2023.



ໃນວັນທີ 16 ມີຖຸນາ 2023 ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ແລະ ເຜີຍແຜ່ເອກະສານວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ພິທີປະດັບຫຼຽນຊາວໜຸ່ມຕະລຸມບອນ ແລະ ພິທີມອບຫຼຽນກາລະນຶກ 65 ປີ ຂອງ ຄຊປປລ ກະຊວງພະລັງງານ ແລະ ບໍ່ແຮ່. ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສຊປລ, ມີບັນດາສະຫາຍ ຄະນະປະຈໍາພັກກະຊວງ, ຄະນະພັກກະຊວງ, ຄະນະພັກ, ຄະນະນໍາຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ, ການນຳ ສຊປລ ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ.

3.