ຂ່າວເດັ່ນ





ຂ່າວສານ



ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ລົງເຮັດວຽກ ແລະ ຊີ້ນໍາ ກະຊວງພະລັງງານແລະບໍ່ແຮ່

01-03-2024


ພິທີມອບ-ຮັບໜ້າທີ່ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ

16-02-2024


ກອງປະຊຸມເສວະນາກ່ຽວກັບການດໍາເນີນທຸລະກິດ 

11-01-2024


ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ລັດວິສາຫະກິດໄຟຟ້າລາວ ຄົບຮອບ 62 ປີ

15-12-2023





ຂໍ້ມູນ



Report
Announce





ກ່ຽວກັບລັດວິສາຫະກິດໄຟຟ້າລາວ



ລັດວິສາຫະກິດໄຟຟ້າລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 18 ທັນວາ ປີ 1961 ຈາກໜໍ່ແໜງຮາກຖານ ຂອງໂຮງໄຟຟ້າ ຜະລິດໄຟຟ້າຂະໜາດນ້ອຍ ເຊິ່ງຜະລິດພະລັງງານດ້ວຍຈັກນໍ້າມັນກາຊວນ. ຫຼັງຈາກນັ້ນ, ໃນປີ 1996 ພາຍໃຕ້ການຊີ້ນຳ-ນຳພາ ຢ່າງໃກ້ຊິດຂອງພັກ ແລະ ລັດຖະບານ ປະຈຸບັນປະຊາຊົນໄດ້ຊົມໃຊ້ໄຟເຖິງ 95% ຂອງຄອບຄົວໃນທົ່ວປະເທດ ເຊິ່ງເປັນການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ແລະ ກະຕຸກຊຸກຍູ້ໃຫ້ປະຊາຊົນນຳໃຊ້ໄຟຟ້າເຂົ້າໃນການຜະລິດໃນລາຄາຕ່ຳ ແລະ ປະກອບສ່ວນໃນການເຮັດໃຫ້ປະເທດລາວຫຼຸດພົ້ນອອກຈາການເປັນປະເທດດ້ອຍພັດທະນາເທື່ອລະກ້າວ.

ຕະຫຼອດໄລຍະເວລາຫຼາຍສິບປີຜ່ານມາ ທີ່ພວກເຮົາບໍ່ມີທຶນຮອນແຕ່ກໍ່ໄດ້ຄົ້ນຄວ້າ ເພື່ອດຶງດູດເອົາທຶນຮອນຂອງຕ່າງປະເທດເພື່ອເຂົ້າມາພັດທະນາລະບົບໄຟຟ້າຂອງລາວ ໃນການຕອບສະໜອງຄວາມຕ້ອງການຊົມໃຊ້ໃຫ້ພຽງພໍ ໃນແຕ່ລະໄລຍະ ຂອງການຂະຫຍາຍຕົວຂອງເສດຖະກິດ ແລະ ຄວາມຕ້ອງການຊົມໃຊ້ໄຟຟ້າຂອງປະຊາຊົນ.,


ວິໄສທັດ

ເຮັດໃຫ້ລັດວິສາຫະກິດໄຟຟ້າລາວ ກາຍເປັນ ລັດວິສາຫະກິດທີ່ເຂັ້ມແຂງ, ເປັນທີ່ຍອມຮັບ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກທຸກພາກສ່ວນທີ່ກ່ຽວຂ້ອງ ພ້ອມເຮັດຫຼ້ອນ 02 ໜ້າທີ່ຫຼັກຄື:

  • ເອົາໃຈໃສ່ ແລະ ຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ໄດ້ກຳໜົດໄວ້ໃຫ້ເປັນຮູບປະທຳ.
  • ດຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກຳໄຟຟ້າໃຫ້ເປັນຂະແໜງການຫຼັກ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີການພັດທະນາໄຟຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຊົມໃຊ້ໄຟຟ້າໃນລາຄາສົມເຫດສົມຜົນ.

ພາລະກິດ

  • ເປັນພາກສ່ວນຫຼັກໃນການກະຕຸກຊຸກຍູ້ໃຫ້ເກີດວົງຈອນການຜະລິດ, ການສ້າງມູນຄ່າເພີ່ມ ແລະ ການຊົມໃຊ້ພາຍໃນຢ່າງເປັນຮູບປະທຳ.
  • ຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດໃນການນຳເຂົ້ານ້ຳມັນເຊື້ອໄຟ ໂດຍການຫັນມານຳໃຊ້ທ່າແຮງທາງດ້ານພະລັງງານໄຟຟ້າທີ່ຜະລິດໄດ້ເອງ.
  • ໃຫ້ທົ່ວສັງຄົມໄດ້ເຂົ້າເຖິງໄຟຟ້າທີ່ມີຄຸນນະພາບ ໃນລາຄາທີ່ສົມເຫດສົມຜົນ ເພື່ອສາມາດສ້າງຜະລິດຕະພັນທີ່ສາມາດແຂ່ງຂັນໄດ້ໃນຕະຫຼາດ.
  • ກຽມຄວາມພ້ອມໃນການເຊື່ອມໂຍງພະລັງງານໄຟຟ້າກັບປະເທດເພື່ອນບ້ານ ແລະ ພູມມີພາກ ໂດຍການປັບປຸງລະບົບສະໜອງໄຟຟ້າໃຫ້ມີຄວາມສະຖຽນລະພາບ ແລະ ລະບົບຕາຂ່າຍໄຟຟ້າໃຫ້ມີຄວາມໝັ້ນຄົງ.
  • ປະຕິຮູບແບບແຜນວິທີດຳເນີນທຸລະກິດ ເພື່ອດຶງດູດຄວາມເຊື່ອໝັ້ນຂອງລູກຄ້າ ແລະ ຜູ້ຊົມໃຊ້ໄຟພາຍໃນ ແລະ ການລົງທຶນຂອງຕ່າງປະເທດກັບຄືນມາ.

ເວັບໄຊຕ່າງໆ