ປີ 2022 ລັດວິສາຫະກິດໄຟຟ້າລາວ ສືບຕໍ່ຍົກສູງຄຸນນະພາບການບໍລິການ, ຮັບປະກັນຄວາມໝັ້ນຄົງ ດ້ານພະລັງງານ ເພື່ອການດໍາເນີນທຸລະກິດທີ່ມີປະສິດທິຜົນ

10-02-2022.



    ໃນກອງປະຊຸມ ສະຫຼຸບວຽກງານປະຈໍາ ປີ 2021 ແລະ ທິດທາງແຜນການປີ 2022 ຂອງ ລັດວິສາຫະກິດໄຟຟ້າລາວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ, ປະທານ ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ການຮ່ວມມືຂອງ ຄະນະນໍາ, ຄະນະຝ່າຍ ລວມເຖິງພະນັກງານ-ກໍາມະກອນ ພາຍໃນ ຟຟລ ທົ່ວປະເທດ ທີ່ໄດ້ຮ່ວມແຮງຮ່ວມໃຈ ສຸມເຫື່ອແຮງ ແລະ ສະຕິປັນຍາ ດ້ວຍຄວາມຮັບຜິດຊອບ ເຂົ້າໃນການຈັດຕັ້ງປະຕິບັດແຜນວຽກ ຕະຫລອດ 6 ເດືອນທ້າຍປີ 2020 ແລະ ໝົດປີ 2021  ຊິ່ງເປັນ ໄລຍະປີທີສອງ ຂອງການປ່ຽນແປງແບບແຜນວິທີດໍາເນີນທຸລະກິດ ກໍ່ຄືແບບແຜນວິທີເຮັດວຽກ  ຂອງອົງກອນ ເພື່ອການດໍາເນີນທຸລະກິດທີ່ມີປະສິດທິພາບ, ກ້າວໄປສູ່ຄວາມຍືນຍົງຂອງ ຟຟລ ຈົນສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ  ເປັນຕົ້ນ: ຍົກສູງຄຸນນະພາບການບໍລິການ ຄວບຄູ່ ກັບການປະຊາສໍາພັນ ເພື່ອໃຫ້ ພາກລັດ ກໍຄື ສັງຄົມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ສະພາບການ ດໍາເນີນທຸລະກິດຂອງ ຟຟລ, ປັບປຸງໂຄງສ້າງການບໍລິຫານຕາມທິດຫັນເປັນທັນສະໄໝ, ປັບປຸງຄວາມໝັ້ນຄົງພະລັງງານ ພ້ອມທັງ ຄົ້ນຄວ້າທ່າແຮງພະລັງງານຫຼາຍປະເພດ ແນໃສ່ ສະໜອງພະລັງງານໃຫ້ພຽງພໍກັບຄວາມຕ້ອງການ ຊົມໃຊ້ພາຍໃນ ແລະ ສົ່ງຂາຍໃຫ້ຕ່າງປະເທດ; ປີ 2022 ລັດວິສາຫະກິດໄຟຟ້າລາວ ຈະສືບຕໍ່ປະຕິຮູບການດໍາເນີນທຸລະກິດ ທີ່ມີປະສິດທິຜົນ ໂດຍສູ້ຊົນ ຈັດຕັ້ງປະຕິບັດແຜນງານຕ່າງໆໃຫ້ເປັນຮູບປະທໍາ ເຊັ່ນ: ວຽກງານຫຼຸດຜ່ອນພະລັງງານຕົກເຮ່ຍ ແລະ ວາງມາດຕະການແກ້ໄຂທີ່ມີປະສິດທິພາບ,  ການແກ້ໄຂບັນຫາລັກໄຟ, ປັບປຸງການບໍລິການ ໄຟຕົກ-ໄຟມອດ, ການສ້າງລາຍຮັບເພີ່ມໃຫ້ ຟຟລ ແລະ  ກໍານົດມາດຕະຖານໂຕຊີ້ວັດ ການເຮັດວຽກຂອງ ພະນັກງານ ແລະ ບໍລິສັດ. ກອງປະຊຸມຄັ້ງນີ້ ດໍາເນີນເປັນເວລາ 2 ວັນ ຄື ວັນທີ 10-11 ກຸມພາ 2022 ທີ່ ຫ້ອງປະຊຸມຂອງ ສໍານັກງານໃຫຍ່ ຟຟລ ໂດຍມີ ຄະນະນໍາ, ຄະນະຝ່າຍ, ພະນັກງານ-ກໍາມະກອນ ຟຟລ ທົ່ວປະເທດ ເຂົ້າຮ່ວມໃນຮູບແບບທາງໄກ.