ພິທີລົງນາມ (MOU) ພັດທະນາລະບົບທຸລະຄົມມະນາຄົມ ລະຫວ່າງ ລັດວິາຫະກິດ ໄຟຟ້າລາວ (ຟຟລ) ແລະ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ (ຢູນີເທວ)

28-01-2022.



   ໃນວັນທີ 27 ມັງກອນ 2022, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ລີວ ແມ໋ງ ຮ່າ ຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ “ວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການຮ່ວມທຸລະກິດດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ” ລະຫວ່າງ ລັດວິາຫະກິດ ໄຟຟ້າລາວ (ຟຟລ) ແລະ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ (ຢູນີເທວ) ພິທີໄດ້ຈັດຂື້ນຢູ່ທີ່ບໍລິສັດ ສະຕາໂທລະຄົມ ນະຄອນຫຼວງວຽງຈັນ, ຈຸດປະສົງເພື່ອຮ່ວມມືດ້ານ ICT ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ ແລະ ເຕັກນິກ ກ່ຽວກັບການດໍາເນີນທຸລະກິດທາງດ້ານໂທລະຄົມ ຊຸກຍູ້ສົ່ງເສີມການຄຸ້ມຄອງ, ການບໍລິການດ້ວຍລະບົບເຕັກໂນໂລຊີ ທີ່ທັນສະໄໝ ທັງ 2 ຝ່າຍໄດ້ເຫັນດີເປັນເອກະພາບກັນ ເຊິ່ງມີ 07 ເນື້ອໃນດັ່ງລຸ່ມນີ້: 
1)ຄົ້ນຄວ້າ ແລະ ນຳໃຊ້ເຄືອຂ່າຍສາຍໄຍແກ້ວນໍາແສງ OPGW ຂອງ ລັດວິສາຫະກິດ ໄຟຟ້າລາວ ໃນຂອບເຂດທົ່ວປະເທດ, ເພື່ອຮ່ວມກັນໃຫ້ບໍລິການລູກຄ້າທັງພາຍໃນ ແລະ ຕ່າງປະເທດ.
2)ຄົ້ນຄວ້າຜະລິດຕະພັນທາງດ້ານໄອທີ, Smart Meter AMR/AMI, ບໍລິການແຈ້ງເຕືອນຜ່ານຂໍ້ຄວາມ ແລະ Package internet ຮັບໃຊ້ແກ່ ລັດວິສາຫະກິດ ໄຟຟ້າລາວ.
3)ສຶກສາການນຳໃຊ້ພື້ນຖານໂຄງລ່າງຂອງ ລັດວິສາຫະກິດໄຟຟ້າລາວ ເປັນຕົ້ນແມ່ນ: ເສົາໄຟຟ້າ, ສູນສະຖານີເພື່ອໝູນໃຊ້ເຂົ້າໃນວຽກງານການກະຈາຍສັນຍານໂທລະຄົມຂອງ ຢູນິເທວ ຈົນເຖີງສຶກການນຳໃຊ້ພື້ນຖານໂຄງລ່າງສາຍໄຍແກ້ວ ຂອງ ລັດວິສາຫະກິດໄຟຟ້າລາວ ໃນລະບົບ Smart Meter ຢູ່ 04 ຕົວເມືອງໃນນະຄອນຫຼວງ ເພື່ອສະໜອງບໍລິການ.
4)ສຶກສາການຊໍາລະ ຄ່າໄຟຟ້າຜ່ານບໍລິການ ກະເປົ່າເງິນເອເລັກໂຕຣນິກ ) Mobile Wallet) ໂດຍອີງໃສ່ທ່າແຮງ ຂອງ ບໍລິການ U-Money ເພື່ອອໍານວຍຄວາມສະດວກ ໃຫ້ລູກຄ້າ ຟຟລ ໃນການຊໍາລະຄ່າໄຟຟ້າ ໃນຂອບເຂດ ຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ
5)ຄົ້ນຄວ້າ ແລະ ແລກປ່ຽນບຸກຄະລາກອນດ້ານເຕັກນິກຂອງສອງຝ່າຍໃນວຽກງານບໍາລຸງຮັກສາ ແລະ ສ້ອມແປງລະບົບໂທລະຄົມມະນາຄົມ/ໄຟຟ້າ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ແລກປ່ຽນວັດທະນະທໍາການເຮັດວຽກກ່ຽວກັບການເບິ່ງແຍງລູກຄ້າ.
6)ຄົ້ນຄວ້າ ແລະ ນຳໃຊ້ເຕັກໂນໂລຊີເພື່ອຫັນເປັນດິຈິຕອນນຳໃຊ້ເຂົ້າໃນວຽກງານເຊັ່ນ: ລະບົບຄອມພິວເຕີເຮັດວຽກອັດຕະໂນມັດ(RPA), ການກວດສອບຄວາມປອດໄພຂອງລະບົບໄອທີ (PenTest) , KPI Monitoring, Cloud Computing...
7) ຄົ້ນຄວ້າວຽກງານອື່ນໆທີ່ມີປະໂຫຍດຕໍ່ທັງສອງຝ່າຍ ແລະ ສັງຄົມ.
ທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອໍານວຍການໃຫຍ່ ຟຟລ ໄດ້ກ່າວວ່າ: ຕາງໜ້າລັດວິສາຫະກິດໄຟຟ້າລາວ ໃນຖານະເປັນວິສາຫະກິດຂອງລັດຂໍຖືເປັນກຽດ ແລະ ຮູ້ສືກດີໃຈ ທີີ່ໄດ້ຮ່ວມມືກັບ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ໃນການເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ແມ່ນເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ກ່ຽວກັບ ການດໍາເນີນທຸລະກິດທາງດ້ານໂທລະຄົມ. ເຊິີ່ງ ຟຟລ ເຫັນໄດ້ວ່າ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ເປັນບໍລິສັດ ໂທລະຄົມມະນາຄົມ ທີ່ ນອນຢູ່ໃນລະດັບແຖວໜ້າ ຂອງ ສປປ ລາວ, ມີຄວາມພ້ອມດ້ານ ເຕັກໂນໂລຊີ ແລະ ການສື່ສານ ທີ່ນໍາໜ້າໃນການ ຫັນເປັນດີຈີຕ໋ອນ ຂອງ ປະເທດ. ເຊິ່ງຈະນໍາເອົາເຕັກໂນໂລຊີ ຂອງ ບໍລິສັດ ສະຕາ ໂທລະ ຄົມ ມາສຶກສາຄົ້ນຄ້ວາປັບເຂົົ້າໃຊ້ໃນວຽກງານ ເຊັ່ນ: ລະບົບຄອມພິວເຕີເຮັດວຽກອັດຕະໂນມັດ Robotic Process Automatic (RPA), ການກວດສອບຄວາມປອດໄພຂອງລະບົບໄອທີ ໜ້າ 2 Penetration Testing (PenTest), ລະບົບຕິດຕາມລາຍງານ KPI Monitoring, ບ່ອນເກັບຂໍ້ມູນ Cloud Computing ເພື່ອເຮັດໃຫ້ ຟຟລ ມີເຄື່ອງມືໃນການເຮັດວຽກທີີ່ດີຂຶ້ນໄປເລື້ອຍໆ  ແລະ ພວກເຮົາມີຄວາມເຊື່ອໝັ້ນວ່າ ວິຊາການຂອງທັງ 2 ຝ່າຍຈະຮ່ວມກັນສຶກສາ ແລະ ບັນລຸຜົນ ຂອງ ການສຶກສາຄວາມເປັນໄປໄດ້ກ່ຽວກັບ ການດໍາເນີນທຸລະກິດທາງດ້ານໂທລະຄົມ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົົ້າໃນການສຶບຕໍ່ພັດທະນາວຽກງານການບໍລິການ, ອໍານວຍຄວາມສະດວກໃຫ້ປະຊາຊົນ ແລະ ປະກອບສ່ວນເຂົົ້າໃນການພັດທະນາຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ສະດວກ ສະບາຍຍິ່ງຂື້ນ.