ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ລັດວິສາຫະກິດໄຟຟ້າລາວ ຄົບຮອບ 60 ປີ ຢ່າງເປັນທາງການ

19-12-2021.



       ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ມີພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຟຟລ ຄົບຮອບ 60 ປີ ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 18 ທັນວາ 2021 ທີ່ສໍານັກງານໃຫຍ່ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ ເປັນປະທານ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ວັນທີ 18 ທັນວາ 1961-18 ທັນວາ 2021 ຄົບຮອບ 60 ປີ ຮອດປະຈຸບັນ ໄດ້ມີຄອບຄົວຜູ້ຊົມໃຊ້ໄຟຟ້າແບບຖາວອນແລ້ວ 95% ໃນທົ່ວປະເທດ ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ ກໍ່ຍັງມີສິ່ງທ້າທາຍຫຼາຍດ້ານ ຕໍ່ການດໍາເນີນທຸລະກິດ ໂດຍສະເພາະໃນໄລຍະທີ່ສະພາບ ເສດຖະກິດ-ການເງິນ-ສັງຄົມ-ເຕັກໂນໂລຊີ ກໍາລັງປ່ຽນແປງ ແລະ ເຕີບໂຕ ໄປຢ່າງໄວວາ, ພະນັກງານ-ກໍາມະກອນ ຟຟລ ຍັງຕ້ອງໄດ້ເອົາໃຈໃສ່ ເພີ່ມທະວີຄວາມເສຍສະຫຼະທັງດ້ານເຫື່ອແຮງ ແລະ ສະຕິປັນຍາ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເວົ້າລວມ ໂດຍສະເພາະ ຟຟລ ໃຫ້ເປັນຫົວໜ່ວຍວິສາຫະກິດທີ່ເຂັ້ມແຂງ.