ລັດວິສາຫະກິດໄຟຟ້າລາວ ລົງສ້ອມແປງບໍາລຸງຮັກສາໄຟຟ້າພາກລະບົບຈໍາໜ່າຍແຮງດັນກາງ 22 ກິໂລໂວນ

30-10-2021.



    ໃນຕອນເຊົ້າຂອງວັນທີ 30 ຕຸລາ 2021 ເລີ່ມ ເວລາ 7:30 ນາທີ , ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມຄະນະຝ່າຍ ໄດ້ລົງຕິດຕາມ ຊຸກຍູ້ ການເຮັດວຽກຂອງ ພະນັກງານ ວິຊາການ ນໍາທີມໂດຍ ທ່ານ ສັກດາວັນ ສາຍນໍລາດ ຫົວໜ້າ ໄຟຟ້າລາວ ສາຂາ ນະຄອນຫຼວງ 1 ພ້ອມ ວິຊາການ ຫຼາຍກວ່າ 50 ທ່ານ ໄດ້ພ້ອມກັນລົງສ້ອມແປງບໍາລຸງຮັກສາໄຟຟ້າພາກລະບົບຈໍາໜ່າຍແຮງດັນກາງ 22 ກິໂລໂວນ ມີໄລຍະທາງ 18 ກວ່າກິໂລແມັດ ຂອງສາຍແຈກ 1.5 ແຕ່ ສະຖານີໄຟຟ້າໂສກປ່າຫຼວງ ຫາ ໄຟແດງບຶງທາດຫລວງ ຕາມແລວສາຍແຈກ 1.5 ໂດຍມີໝໍ້ແປງໄຟ ຈໍານວນ 113 ໜ່ວຍ ແລະ ມີ 37 ຈຸດ ທີ່ຕ້ອງກວດເຊັກລະບົບຄືນທັງໝົດ. ການສ້ອມແປງບໍາລຸງຮັກສາໃນຄັ້ງນີ້ແມ່ນມີໜ່ວຍງານ Hotline ເຂົ້າມາສົມທົບເພາະໜ່ວຍງານດັ່ງກ່າວເວລາສ້ອມແປງໄຟຈະບໍ່ໄດ້ມອດໄຟ ພ້ອມກັບກົນຈັກໜັກ 6 ຄັນ, ການສ້ອມແປງຈະປະກອບດ້ວຍ ການກວດເຊັກລະບົບຄືນ, ຈຸດເຊື່ອມຕໍ່, ຈຸດມີສຽງດັງ, ການປ່ຽນຖ່າຍອຸປະກອນທີ່ເກົ່າອອກ, ການກວດເຊັກຈຸດເຊື່ອມຕໍ່ລະຫວ່າງໄຟແຮງດັນ 22 ແລະ 0,4 ກິໂລໂວນ ແລະ ຕັດງ່າໄມ້ ເຄືອໄມ້ ທີ່ໃກ້ກັບສາຍໄຟອອກເພື່ອຮັບປະກັນການສະໜອງໄຟໃຫ້ກັບປະຊາຊົນໃຫ້ດີຂຶ້ນ ປັດສະຈາກໄຟຕົກ ໄຟມອດ ແລະ ໄຟຟ້າບໍ່ພໍ.