ກອງປະຊຸມທາບທາມບຸກຄະລາກອນເປົ້າໝາຍສະໝັກຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ສະໄໝທີ III (ຮອບທີ 3)

19-08-2021.



   ກອງປະຊຸມທາບທາມບຸກຄະລາກອນເປົ້າໝາຍສະໝັກຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ສະໄໝທີ III (ຮອບທີ 3) ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2021 ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຜູ້ແທນສົມບູນ ເຂົ້າຮ່ວມຈໍານວນ 226 ສະຫາຍ. ກອງປະຊຸມໄດ້ຮັບຟັງການຜ່ານບັນດາເນື້ອໃນເອກະສານສໍາຄັນເປັນຕົ້ນແມ່ນ: ລາຍງານບັ້ນດຳເນີນຊີວິດການເມືອງ-ການແກ້ໄຂ ບັ້ນດໍາເນີນຊີວິດການເມືອງ, ຮ່າງບົດລາຍງານການເມືອງ, ບົດສະຫຼຸບແຜນພັດທະນາ-ເສດຖະກິດສັງຄົມ 5 ປີ ຄັ້ງທີ VIII (2016-2020) ແລະ ແຜນການ 5 ປີ ຄັ້ງທີ IX (2021-2025) ແລະ ບົດສໍາຫຼວດການນໍາພາຂອງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່. ຫຼັງຈາກນັ້ນ, ກອງປະຊຸມກໍ່ໄດ້ດໍາເນີນການທາບທາມບຸກຄະລາກອນເປົ້າໝາຍເພື່ອສະໝັກຄະນະພັກກະຊວງ ສະໄໝທີ III , ທາບທາມເລຂາ, ຮອງເລຂາ, ຄະນະປະຈໍາພັກກະຊວງ, ປະທານ, ຮອງປະທານກວດກາ ແລະ ພິທີກໍ່ໄດ້ປິດລົງ.