ທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ລົງຕິດຕາມ ແລະ ຊຸກຍູ້ວຽກຢູ່ແຂວງ ຊຽງຂວາງ.

03-08-2021.


rolex replica

ໃນລະຫວ່າງ ວັນທີ 28-29 ກໍລະກົດ 2021 ທີ່ຜ່ານມາ, ທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ລົງຕິດຕາມຄວາມຄືບໜ້າ ບັນດາຫນ້າວຽກໂຄງການກໍ່ສ້າງ ຢູ່ ແຂວງຊຽງຂວາງ. ໃນນັ້ນ, ໄດ້ລົງຕິດຕາມຄວາມຄືບໜ້າ ການກໍ່ສ້າງໂຄງການ ສາຍສົ່ງ-ສະຖານີ 500 ກິໂລໂວນ ຊຽງຂວາງ-ນາຊາຍທອງ (ສະຖານີໄຟຟ້າ ນາເພຍ), ໂຄງການກໍ່ສ້າງ-ສ້ອມແປງລະບົບນໍ້າປະປາ ບ້ານພຽງຫຼວງ ເມືອງ ພູກູດ, ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ນໍ້າງື່ມ 4 ແລະ ສະຖານີໄຟຟ້າທ່າວຽງ. ການລົງໄປຄັ້ງນີ້ໄດ້ຮັບຟັງ ການລາຍງານຄວາມຄືບຫນ້າຈາກຜູ້ຮັບຜິດຊອບ ແຕ່ລະໜ້າວຽກໂດຍຫຍໍ້ຄື: ໂຄງການ ສາຍສົ່ງ-ສະຖານີ 500 ກິໂລໂວນ ຊຽງຂວາງ-ນາຊາຍທອງ(ສະຖານີໄຟຟ້າ ນາເພຍ) ມາຮອດເດືອນ ກໍລະກົດ ແມ່ນສໍາເລັດຫຼາຍກວ່າ 79,59%, ຂອງແຜນການ, ໂຄງການກໍ່ສ້າງ-ສ້ອມແປງລະບົບນໍ້າປະປາ ບ້ານ ພຽງຫຼວງ ເມືອງພູກູດ ກໍ່ໄດ້ສໍາເລັດແລ້ວ 50% ຂອງແຜນການ ແລະ ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ນໍ້າງື່ມ 4 ທຸກໜ້າວຽກແມ່ນກໍາລັງດໍາເນີນການກໍ່ສ້າງຕາມແຜນ ເປັນຕົ້ນວຽກສະໜາມແມ່ນສໍາເລັດຫຼາຍກວ່າ 76% ແລະ ຫຼັງຈາກນັ້ນ ທ່ານ ຮອງຜູ້ອໍານວຍການໃຫຍ່ ຟຟລ ກໍ່ໄດ້ລົງຕິດຕາມ ການເຮັດວຽກຂອງສະຖານີໄຟຟ້າທ່າວຽງ ເມືອງທ່າໂທມ ແຂວງໄຊສົມບູນ. ໂດຍການລົງຕິດຕາມວຽກງານໃນຄັ້ງນີ້ ທ່ານຮອງຜູ້ອໍານວຍການໃຫຍ່ ຟຟລ ຍັງໄດ້ຊີ້ນໍາ ແລະ ເນັ້ນຫນັກຕໍ່ການເອົາໃຈໃສ່ໃນການປະຕິບັດວຽກງານຂອງແຕ່ລະພາກສ່ວນໃຫ້ສຳເລັດຕາມເປົ້າໝາຍທີ່ ຟຟລ ວາງໄວອີກດ້ວຍ.