ທ່ານຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ລົງຕິດຕາມຊຸກຍູ້ ສ້ອມແປງການບໍາລຸງຮັກສາໄຟຟ້າພາກລະບົບຈຳຫນ່າຍ

05-06-2021.



   ຕອນເຊົ້າຂອງວັນທີ 5 ມີຖຸນາ 2021, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ລົງຕິດຕາມຊຸກຍູ້ການບໍາລຸງຮັກສາໄຟຟ້າພາກລະບົບຈໍາໜ່າຍເຂດໄຟຟ້າແຮງດັນ 22 ກິໂລໂວນ ທີ່ອອກຈາກ ສະຖານີໄຟຟ້າດອນກອຍ ຫາ ບ້ານ ດົງສະຫວາດ, ບ້ານ ຫາດຊາຍຂາວ, ບ້ານຈອມເພັດ,ບ້ານ ສົມສະນຸກ ນະຄອນວຽງຈັນ, ໂດຍການຈັດຕັ້ງປະຕິບັດວຽກຂອງ ໄຟຟ້າລາວ ສາຂາ ນະຄອນຫຼວງ 1 ໂດຍການນໍາພາຂອງ ທ່ານ ໂພໄຊ ພົມມະທໍາ ຫົວໜ້າ ສາຂາ ນະຄອນຫຼວງ 1 ພ້ອມກັບພະນັກງານ ວິຊາການເຂົາຮ່ວມສ້ອມແປງ 90 ກວ່າຄົນ ໜ້າວຽກແມ່ນສ້ອມແປງບໍາລຸງຮັກສາໄຟຟ້າແຮງດັນ 22 ກິໂລໂວນ 13 ຟິນເດີ ມີຄວາມຍາວ 58,6 ກິໂລແມັດ ຈະໃຊ້ເວລາ 7 ວັນ ແລະ ໃຫ້ສໍາເລັດ ໃນວັນທີ 12 ມີຖຸນາ 2021 ການສ້ອມແປງປະກອບດ້ວຍ ການປ່ຽນດອກກັນໄຟ, ການປ່ຽນຫຼວດມັດດອກກັນໄຟ, ເຄັ່ງສາຍໄຟ, ຕັດຕົນໄມ້ອອກຈາກແລວສາຍໄຟ ແລະ ປ່ຽນອຸປະກອນໄຟຟ້າທີ່ບໍ່ສາມາດໃຊ້ວຽກໄດ້ອອກ ຈຸດປະສົງ ເພື່ອຮັບປະກັນການສະໜອງພະລັງງານໄຟຟ້າໃຫ້ຜູ້ຊົມໃຊ້ໄຟມີໄຟຟ້າໃຊ້ຢ່າງພຽງພໍ ຫຼຸດຜ່ອນໄຟຕົກ ໄຟມອດ ໃນ ແລະ ນອກລະບົບ ໂດຍສະເພາະ 4 ຕົວເມືອງໃນປະກອບດ້ວຍເມືອງຈັນທະບູລີ, ເມືອງສີສັດຕະນາກ, ເມືອງໄຊເສດຖາ ແລະ ເມືອງສີໂຄດຕະບອງ.