ທ່ານ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຕິດຕາມການສ້ອມແປງບໍາລຸງຮັກສາ ລະບົບຈໍາໜ່າຍ ສະຖານນີໄຟຟ້າວຽງແກ້ວ ຫາບ້ານໂນນສະອາດ

05-06-2021.



    ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ .  ໄດ້ຕິດຕາມການປະຕິບັດວຽກງານຂອງ ພະນັກງານອ້າຍນ້ອງກໍາມະກອນ ໃນການສ້ອມແປງ ແລະ ບໍາລຸງຮັກສາ ລະບົບຈໍາໜ່າຍ ໃນວັນທີ 5 ມິຖຸນາ 2021 。ໃນການລົງສ້ອມແປງຄັ້ງນີ້ທ່ານໄດ້ຊີ້ນໍາໃຫ້ກັບພະນັກງານກຳມະກອນ ທີ່ປະຕິບັດວຽກ ໃຫ້ເອົາໃຈໃສ່ໃນການສ້ອມແປງໃຫ້ມີຄຸນນະພາບ ບົນພື້ນຖານຄວາມປອດໄພ ສໍາລັບການສ້ອມ ບໍາລຸງຮັກສາ ຂອງ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງ 2 ໃຊ້ເວລາໃນການສ້ອມແປງ 14 ມື້ ມີຄວາມຍາວ 80 ກິໂລແມັດວົງຈອນ ໂດຍເລີ່ມຈາກຈຸດ ສະຖານນີໄຟຟ້າວຽງແກ້ວ ຫາ ບ້ານໂນນສະອາດ ,ພະນັກງານກຳມະກອນລົງສ້ອມແປງໃນຄັ້ງນີ້ແມ່ນລະດົມຈາກສາຂາອ້ອມຂ້າງຄື ສູນບໍລິການນາຊາຍທອງ,ສູນບໍລິການຫາດຊາຍຟອງ, ສູນບໍລິການເມືອງປາກງື່ມ ແລະ ສູນບໍລິການເມືອງໄຊທານີ ໜ້າວຽກຫຼັກປະກອບມີ ການບໍາລຸງຮັກສາດອກກັນໄຟ,ຈຸດຕໍ່ຂອງສາຍໄຟ ,ຈຸດທີ່ມີສຽງດັງ , ອານາໄມຕົ້ນໄມ້ອອກຈາກແລວສາຍໄຟ ແລະ ຕິດຕັ້ງອຸປະກອນເສີມໝໍ້ແປງ.