ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ 1 ສ້ອມແປງ-ບຳລຸງຮັກສາ ລະບົບຈໍາໜ່າຍ 22 ກິໂລໂວນ.

05-06-2021.



   ການປະຕິບັດວຽກງານຂອງພະນັກງານ ຟຟລ ໃນການສ້ອມແປງ ແລະ ບໍາລຸງຮັກສາ ລະບົບຈໍາໜ່າຍ 22 ກິໂລໂວນ ໃນຂອບເຂດແລວຕາຂ່າຍຂອງສະຖານີໄຟຟ້າດອນກອຍ ເຊີ່ງກວມເອົາ 3 ບ້ານຄື: ບ້ານດອນກອຍ, ບ້ານຫາດຊາຍຂາວ ແລະ ບ້ານດົງສະຫວາດ ໃນວັນທີ 5 ມິຖຸນາ 2021 ສໍາລັບການສ້ອມແປງ-ບໍາລຸງຮັກສາ ຂອງ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງ 1 ໂດຍເລີ່ມຈາກຈຸດ ສະຖານນີໄຟຟ້າດອນກອຍ ຫາ ບ້ານຫາດຊາຍຂາວ ແມ່ນມີລວງຍາວຂອງລະບົບສາຍສົ່ງ 22ກວ ປະມານ 6 ກິໂລແມັດ, ໂດຍໄດ້ເຕົ້າໂຮມພະນັກງານກຳມະກອນລົງສ້ອມແປງໃນຄັ້ງນີ້ແມ່ນລະດົມຈາກສາຂາອ້ອມຂ້າງຄື ສູນບໍລິການເມືອງສີສັດຕະນາກ, ສູນບໍລິການເມືອງໄຊເສດຖາ, ສູນບໍລິການເມືອງຈັນທະບູລີ ແລະ ສູນບໍລິການເມືອງສີໂຄດຕະບອງ ເຊີ່ງໜ້າວຽກຫຼັກປະກອບມີ ການບໍາລຸງຮັກສາດອກກັນໄຟ,ຈຸດຕໍ່ຂອງສາຍໄຟ ,ຈຸດທີ່ມີສຽງດັງ , ອານາໄມຕົ້ນໄມ້ອອກຈາກແລວສາຍໄຟ ແລະ ຕິດຕັ້ງອຸປະກອນເສີມໝໍ້ແປງ.