ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ2 ສ້ອມແປງບໍາລຸງຮັກສາລະບົບຈໍາໜ່າຍ ແຕ່ສະຖານີວຽງແກ້ວ ຫາ ບ້ານໂນນສະອາດ

05-06-2021.


rolex replica orologi replica

ວັນທີ 5-6 ມີຖຸນາ 2021 ລັດວິສາຫະກິດໄຟຟ້າລາວ ສາຂາ ນະຄອນຫຼວງ 2 ສ້ອມແປງ ແລະ ບໍາລຸງຮັກສາລະບົບຈໍາໜ່າຍ ແຕ່ສະຖານີວຽງແກ້ວ ຫາ ບ້ານໂນນສະອາດ, ທີ່ມີຄວາມຍາວ 08 ກິໂລແມັດວົງຈອນ ບັນດາໜ້າວຽກຫຼັກໄດ້ແກ່ ການບໍາລຸງຮັກສາດອກກັນໄຟ, ຈຸດຕໍ່ຂອງສາຍໄຟ, ຈຸດທີ່ມີສຽງດັງ, ອະນາໄມຕັດຕົ້ນໄມ້ອອກຈາກແລ້ວສາຍໄຟ, ຕິດຕັ້ງ ອຸປະກອນເສີມໝໍ້ແປງເປັນຕົ້ນ.

ສຳລັບການລົງປະຕິບັດວຽກຄັ້ງນີ້ ແມ່ນເປັນວຽກລະດົມ ຈາກສາຂາເມືອງອ້ອມຂ້າງ ຄື: ສູນບໍລິການເມືອງ ນາຊາຍທອງ, ສູນບໍລິການເມືອງ ຫາດຊາຍຟອງ, ສູນບໍລິການເມືອງ ປາກງື່ມ ແລະ ສູນບໍລິການເມືອງ ໄຊທານີ. ການປະຕິວຽກໃນຄັ້ງນີ້ແມ່ນຈະໃຊ້ເວລາທັງໝົດ 2 ວັນ. ແຜນການປະຕິບັດວຽກຄັ້ງນີ້ແມ່ນແຜນວຽກບໍາລຸງຮັກສາປະຈໍາປີ 2021 ຂອງລັດວິສາຫະກິດໄຟຟ້າລາວ