ລັດວິສາຫະກິດໄຟຟ້າລາວ ສະຫຼຸບວຽກງານປະຈໍາປີ 2020 ແລະ ວາງທິດແຜນການປະຈໍາປີ 2021

05-04-2021.


replica rolex replica watches uk

    ກອງປະຊຸມສະຫຼຸບປີ  2020   ແລະ ວາງທິດທາງແຜນການປະຈໍາປີ 2021 ເຊິ່ງ ລັດວິສາຫະກິດໄຟຟ້າລາວ ໂດຍສະເພາະກໍ່ແມ່ນ  ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ ແລະ ຊີ້ນໍາຢ່າງໃກ້ຊິດ, ເພື່ອໃຫ້ລັດວິສາຫະກິດໄຟຟ້າລາວສາມາດຜ່ານຜ່າ ວິກິດການຕ່າງໆ ໃນໄລຍະທີ່ຜ່ານມາ ຄຽງຄູ່ກັບການພະຍາຍາມແກ້ໄຂ ສະພາບການດໍາເນີນທຸລະກິດຂາດທຶນເປັນເວລາ 10  ປີຕໍ່ເນື່ອງ ແລະ ສະພາບໜີ້ສິນອັນມະຫາສານ ຄຽງຄູ່ກັນກັບ ການສ້າງຄວາມເຂົ້າໃຈໃຫ້ກັບສັງຄົມເຊັ່ນ: ຕົ້ນທຶນລາຄາໄຟ ເພື່ອກະກຽມຮັບມືຈາກຫາງສຽງຈົ່ມວ່າຈາກສັງຄົມ, ໃນໄລຍະປັບປຸງໂຄງສ້າງລາຄາໄຟຟ້າໃໝ່, ການປັບປຸງໂຄງຮ່າງບໍລິຫານອົງກອນໃຫ້ມີຄວາມກະທັດຮັດ, ເຈລະຈາກັບບັນດາແຫຼ່ງຜະລິດ IPP  ທີ່ີສັນຍາຮ່ວມກັນ ເພື່ອຂໍຊໍາລະຄ່າໄຟເປັນເງິນກີບເພື່ອແກ້ໄຂບັນຫາການແລກປຽນເງິນຕາ, ໂຈະບັນດາໂຄງການທີ່ບໍ່ທັນຮີບດ່ວນ, ປັບປຸງຄືນບັນດາໜ້າວຽກໃນໂຄງການພັດທະນາຕ່າງໆ ແລະ ເຈລະຈາຄືນມູນຄ່າໂຄງການຮັບເໝົາຕ່າງປະເທດ, ໄດ້ປັບຫຼຸດລາຍຈ່າຍບໍລິຫານຂອງ ໄຟຟ້າລາວລົງ 20% ເພື່ອຂ້າມຜ່ານວິກິດການນີ້, ສໍາເລັດການສະເໜີປັບປຸງໂຄງສ້າງລາຄາຈໍາໜ່າຍໄຟຟ້າພາຍໃນປະເທດ, ສໍາເລັບການປັບປຸງໂຄງຮ່າງຈາກ 11 ຝ່າຍ ແລະ 3 ຫ້ອງການ ມາເປັນ 8 ຝ່າຍ ແລະ 1 ຫ້ອງການ, ໄດ້ເລິ່ມສ້າງກົນໄກ ປະເມີນພະນັກງານໂດຍໃຊ້ລະບົບ KPI  , ດ້ານວຽກງານຄຸ້ມຄອງເອກະສານແມ່ນກໍາລັງພັດທະນາລະບົບ E-Office ເພື່ອໃຫ້ສາມາດຄຸ້ມຄອງ-ບໍລິຫານເອກະສານໄດ້ຢ່າງເປັນລະບົບຄົບຊຸດ , ມີລະບົບ Call Center (EDL App) ແລະ ນອກຈາກນີ້ກໍ່ຍັງໄດ້ສຶກສາຄວາມເປັນໄປໄດ້ໃນການ ນໍາໃຊ້ລົດໄຟຟ້າ ຫຼື EV  ພາຍໃນປະເທດໃຫ້ຫຼາຍຂື້ນ. ສໍາລັບທິດທາງແຜນການໃນຕໍ່ໜ້າກໍ່ຄືປີ 2021 ນີ້ ລັດວິສາຫະກິດໄຟຟ້າລາວຈະໄດ້ສືບຕໍ່ຫຼຸດຜ່ອນພະລັງງານຕົກເຮ່ຍໃນລະບົບໃຫ້ໄດ້ 9% ,ຫຼຸດຜ່ອນໜີ້ຄ່າກະແສໄຟຟ້າຂອງລູກຄ້າໃຫ້ໄດ້ 1,5 ເດືອນ ໃນປີ 2021  ໃນລູກຄ້າທີ່ເປັນຜູ້ຊົມໃຊ້ໃນຄົວເຮືອນ, ສູ້ຊົນຈໍາໜ່າຍໄຟຟ້າໃນຂອບເຂດທົ່ວປະເທດໃຫ້ໄດ້ວ່ອງໄວ ແລະ ມີປະສິດທິພາບ, ສູ້ຊົນກະກຽມແຫຼ່ງຜະລິດ ແລະ ສົ່ງໄຟຟ້າເພື່ອຮັບປະກັນການສະໜອງໄຟໃຫ້ໄດ້ຕາມສັນຍາ, ສືບຕໍ່ປະຕິບັດມາດຕະການແກ້ໄຂສະພາບວິກິດການ-ການເງິນ ຂອງລັດວິສາຫະກິດໄຟຟ້າລາວ , ປັບປຸງແຜນພັດທະນາ, ການບໍລິການ ແລະ ຄຸ້ມຄອງໂຄງການໃຫ້ມີຄຸນນະພາບ ແລະ ພ້ອມດຽວກັນນີ້ປັບກົນໄກຄຸ້ມຄອງ ເພື່ອຄົ້ນຫາຄົນດີ-ຄົນເກັ່ງພາຍໃນໄຟຟ້າລາວ. ນອກຈາກນັ້ນພາຍໃນກອງປະຊຸມກໍ່ຍັງໄດ້ມີການປະກອບຄໍາຄິດຄໍາເຫັນ ຈາກບັນດາ ຄະນະຝ່າຍ, ຄະນະສາຂາ ເພື່ອປັບປຸງວຽກງານຕ່າງໆຂອງລັດວິສາຫະກິດໄຟຟ້າລາວໃຫ້ດີຂື້ນເປັນກ້າວ, ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ດໍາເນີນໃນວັນທີ 5-6  ເມສາ 2021  ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ໂດຍການເປັນປະທານຂອງ ທ່ານ ສິດທິສອນ ເທບພາສີ ປະທານສະພາ ບໍລິຫານ ລັດວິສາຫະກິດໄຟຟ້າລາວ , ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍ ຄະນະຝ່າຍ ຄະນະສາຂາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.