ພິທີເປີດຝຶກອົບຮົມວິທີການຮັກສາຄວາມປອດໄພຂອງເຂືີ່ອນ (Dam Safety)

23-03-2021.



   ລັດວິສາຫະກິດໄຟຟ້າລາວ ເປີດຊຸດຝຶກອົບຮົມວິທີການຮັກສາຄວາມປອດໄພຂອງເຂື່ອນ ຜ່ານຮູບແບບ Video Conference ຊ່ວຍເຫລືອຂອງທາງອົງການ ສາກົນ ຂອງ New Zealand facility ແລະ SDC ໃນການຊ່ວຍເຫລືອທາງດ້ານການຝືກອົບຮົມ ດ້ານ Dam Safety ໃຫ້ແກ່ ພະນັກງານຂອງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ. ພິທີໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 22 ມີນາ 2021 ທີ່ສູນຝຶກອົບຮົມ ລັດວິສາຫະກິດໄຟຟ້າລາວ ໂດຍການເປັນປະທານຂອງ ທ່ານ ຄູນ ບົວແພງພັນ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ຫຸມພັນ ວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະລັງງານ, ທ່ານ ວົງສະກຸນ ຍີີ່ງຍົງ ຮອງຜູູ້ອໍານວຍການ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ທ່ານ Tristan Bellingham ຜູູ້ບໍລິຫານໂຄງການສົົ່ງເສີມພະລັງງານທົດແທນ ລະຫວ່າງ ນິວ ຊີເເລນ ແລະ ລາວ ປະຈໍາ ສປປ ລາວ ແລະ ທ່ານ Pedro Basabe ຫົວໜ້າ ພາກພື້ນ ຂອງອົງການດ້ານການຊ່ວຍເຫຼືອ Switzerland ປະຈໍາຢູ່ບາງກອກ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມ 30 ທ່ານ, ການຝຶກອົບຮົມແມ່ນຈະໃຊ້ເວລາ 05 ຄັ້ງຕໍ່ເດືອນ ລວມທັງໝົດເປັນໄລຍະເວລາ 02 ປີ ໃນການສຶກສາຮຽນຮູ້ ແລະ ແລກປ່ຽນບົດຮຽນ ວິທີການຮັກສາຄວາມປອດໄພຂອງເຂືີ່ອນ ຈາກ ວິທະຍາກອນ ທີີ່ມີປະສົບການສູງ ແລະ ເປັນທີີ່ຍອມຮັບຂອງອົງການສາກົນ ແລະ ເພືີ່ອນໍາມາພັດທະນາເຂື່ອນໄຟຟ້າໃນລາວໃຫ້ມີປະສິດທິພາບສູງ.