ກອງປະຊຸມວິຊາການດ້ານພະລັງງານໄຟຟ້າ ການແກ້ໄຂ ແລະ ພັດທະນາໄຟຟ້າ ແຂວງຈໍາປາສັກ.

04-03-2021.


fake rolex fake rolex

   ກອງປະຊຸມວິຊາການກ່ຽວກັບການພັດທະນາ ແລະ ການແກ້ໄຂບັນຫາດ້ານພະລັງງານໄຟຟ້າໄດ້ເປີດຂື້ນຢ່າງເປັນທາງການ ທີ່ ນະຄອນປາກເຊ ແຂວງຈຳປາສັກ ລະຫວ່າງ ວັນທີ 1-2 ມີນາ 2021 ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ບຸນມີ ພອນສະຫວັນ ອະທິການບໍດີ ມະຫາວິທະຍາໄລ ຈໍາປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງ ແຂວງຈໍາປາສັກ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເຄນ ເທບວົງສາ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ມີຫົວໜ້າກົມ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມວິຊາການໃນຄັ້ງນີ້ຈັດຂຶ້ນເພື່ອເຜີຍແຜ່ ແລະ ແລກປ່ຽນບົດຮຽນດ້ານວິຊາການກ່ຽວກັບການພັດທະນາ ແລະ ແກ້ໄຂບັນຫາດ້ານພະລັງງານໄຟຟ້າໃນຫົວຂໍ້: ສຶກສາຄວາມສະຖຽນລະພາບລະບົບໄຟຟ້າລາວ, ຜົນສໍາເລັດ ແລະ ບົດຮຽນໃນການຄຸ້ມຄອງພັດທະນາ ໂຄງການໄຟຟ້າເອກະຊົນ ຢູ່ ສ.ປປລາວ, ການນໍາເອົາພະລັງງານໄຟຟ້າຜະລິດດ້ວຍກໍາລັງລົມເຂົ້າເຄື່ອຂ່າຍໄຟຟ້າແຮງດັນສູງ ແລະ ແຮງດັນສູງພິເສດ, ການສະໜອງພະລັງງານທີ່ເໝາະສົມເພື່ອເກັບກ່ຽວພະລັງງານໝູນວຽນທີ່ເໝາະສົມ ແລະ ຫຼຸດຜ່ອນການສູນເສຍໃນດ້ານພະລັງງານ, ມາດຕະການຫຼຸດຜ່ອນພະລັງງານຕົກເຮ່ຍໃນລະບົບໄຟຟ້າລາວ, ການນໍາເອົາພະລັງງານໄຟຟ້າຜະລິດດ້ວຍແສງແດດເຂົ້າລະບົບໄຟຟ້າລາວ, ບັນຫາ-ສາຍເຫດໄຟຕົກ-ໄຟດັບໃນລະບົບພາກຈໍາໜ່າຍໄຟຟ້າລາວ ແລະ ຄຸນນະພາບໃນລະບົບໄຟຟ້າ ,ຄວາມຕ້ອງການຜູ້ຊ່ຽວຊານດ້ານວິສະວະກໍາໄຟຟ້າ ແລະ ຄວາມຮູ້ສະເພາະທາງດ້ານລະບົບໄຟຟ້າ ແລະ ກອງປະຊຸມຍັງໄດ້ມີການປະກອບຄຳເຫັນໃສ່ກັບຫົວຂໍ້ຕ່າງໆເພື່ອເປັນການແລກປ່ຽນ ແລະ ຖອນບົດຮຽນກັບນັກວິຊາການໄປພ້ອມໆກັນ.