ລັດວິສາຫະກິດໄຟຟ້າລາວ ຂໍແຈ້ງມາຍັງທ່ານຜູ້ຊົມໃຊ້ໄຟຟ້າທົ່ວປະເທດຊາບ

03-03-2021.



    ລັດວິສາຫະກິດໄຟຟ້າລາວ ຂໍແຈ້ງມາຍັງທ່ານຜູ້ຊົມໃຊ້ໄຟຟ້າທົ່ວປະເທດຊາບວ່າ: ພາຍຫລັງທີ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີການປະຕິບັດລາຄາໄຟຟ້າໃນໄລຍະແຜ່ລະບາດ ຂອງພະຍາດ COVID-19 ຕາມແຈ້ງການສະບັບເລກທີ່ 752/ຫສນຍ. ເຊິ່ງໄດ້ເລີ່ມປະຕິບັດນັບແຕ່ເດືອນ ເມສາ 2020 ຫາ ເດືອນ ທັນວາ 2020 ທີ່ຜ່ານມາ, ແລະ ໄດ້ສືບຕໍ່ປະຕິບັດນະໂຍບາຍດັ່ງກ່າວໃນຕົ້ນປີ 2021 ນັ້ນ, ມາຮອດປະຈຸບັນແມ່ນໄດ້ສິ້ນສຸດການຈັດຕັ້ງປະຕິບັດແລ້ວ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຮັບຊາບການປະຕິບັດໃນຄັ້ງນີ້ດ້ວຍ.