ທ່ານຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ລົງເຮັດວຽກກັບ ສາຂາແຂວງ

01-02-2021.


imitazioni rolex fake rolex

ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຮັບໃຊ້ວິຊາສະເພາະໃຫ້ມີຄວາມສອດຄ່ອງແທດເໝາະຕາມພາລະບົດບາດຂອງ ລັດວິສາຫະກິດໄຟຟ້າລາວ ໃນຂອບເຂດທົ່ວປະເທດ ໃນວັນທີ 25-27 ມັງກອນ 2021, ຢູ່ທີ່ລະບົບສົ່ງໄຟຟ້າພາກເໜືອ, ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງໄຊຍະບູລີ ແລະ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ. ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາ ໄດ້ເປັນປະທານ ,ມີຄະນະຝ່າຍ, ຄະນະສາຂາ ແລະ ພະນັກງານຫຼັກແຫຼ່ງ ແຕ່ລະສາຂາເຂົ້າຮ່ວມ. ໃນກອງປະຊຸມ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງກໍ່ໄດ້ຂື້ນລາຍງານ ສະພາບການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານ ໃນໄລຍະ 1 ປີຜ່ານມາ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ກອງປະຊຸມທາບທາມ ແລະ ປະເມີນການປະຕິບັດວຽກງານກ່ຽວກັບການຊີ້ນໍາ ນໍາພາເພື່ອໃຫ້ໄດ້ຮັບຜົນດີ ແລະ ປະຕິວັດວຽກງານຂອງສາຂາແຂວງໃນໄລຍະຕໍ່ໄປຕາມແຜນປັບປຸງໂຄງຮ່າງການຈັດຕັ້ງຂອງລັດວິສາຫະກິດໄຟຟ້າລາວທົ່ວປະເທດ, ໃນວັນທີ 26 ມັງກອນ 2021 ກໍ່ໄດ້ມີກອງປະຊຸມຮ່ວມ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງໄຊຍະບູລີ ພ້ອມກັນນັ້ນ ທ່ານ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ກໍ່ໄດ້ມີຄໍາເຫັນໂອ້ລົມໃຫ້ທິດຊີ້ນໍາວຽກງານການດໍາເນີນທຸລະກິດຂອງໄຟຟ້າລາວໃນຕໍ່ໜ້າເພື່ອເຮັດໃຫ້ອ້າຍເອື້ອຍນ້ອງພະນັກງານຫຼັກແຫຼ່ງຮັບຮູ້ ແລະ ເຂົ້າໃຈເປົ້າໝາຍການດຳເນີນທຸລະກິດຂອງລັດວິສາກະກິດໄຟຟ້າລາວໃນໄລຍະໃໝ່ ແລະ ພ້ອມກັນຈັດຕັ້ງປະຕິບັດເພື່ອໃຫ້ໄດ້ຮັບຜົນດີ ຫຼັງຈາກນັ້ນ ທ່ານ  ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ລົງຢ້ຽມຍາມໝູ່ບ້ານຈັດສັນຂອງເຂື່ອນໄຟຟ້ານໍ້າຄານ 3 ເພື່ອສອບຖາມຊີວິດການເປັນຢູ່ຂອງປະຊາຊົນໃນໝູ່ບ້ານ ແລະ ການສ້າງອາຊີບຂອງປະຊາຊົນພ້ອມດຽວກັນນັ້ນກໍ່ໄດ້ຕິດຕາມຢ້ຽມຊົມການປະຕິບັດໜ້າວຽກງານຂອງອ້າຍນ້ອງພະນັກງານທີ່ເຂື່ອນໄຟຟ້ານໍ້າຄານ3.