ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ລົງເຮັດວຽກ ແລະ ຊີ້ນໍາ ກະຊວງພະລັງງານແລະບໍ່ແຮ່

01-03-2024.




ໃນຕອນເຊົ້າວັນທີ 1 ມີນາ 2024 ຢູ່ທີ່ຫ້ອງປະຊຸມສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ, ນະຄອນຫຼວງວຽງຈັນ; ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນ ທາງມາເຮັດວຽກ ແລະ ຊີ້ນໍາວຽກງານຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍມີການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ມີຮອງລັດຖະມົນຕີ, ຫົວໜ້າກົມ, ຜູ້ອໍານວຍການໃຫຍ່ ຟຟລ ແລະ ພະນັກງານ ທີ່ກ່ຽວຂ້ອງຂອງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດ້ອ້ອມຂ້າງກະຊວງເຂົ້າຮ່ວມ. 
ໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານຫຍໍ້ສະພາບການ ໃນການຈັດ ຕັ້ງປະຕິບັດສອງໜ້າວຽກຫຼັກ ທີ່ກະຊວງຄຸ້ມຄອງຄື ວຽກງານພະລັງງານ ແລະ ບໍ່ແຮ່ ເຫັນວ່າ ມີຫຼາຍໜ້າວຽກທີ່ຈັດຕັ້ງໄດ້ດີ ແລະ ສາມາດສ້າງລາຍຮັບໃຫ້ກັບງົບປະມານຂອງລັດຖະບານ, ແຕ່ຄຽງຄູ່ກັບດ້ານດີ ແລະ ຜົນສໍາເລັດໃນໄລຍະຜ່ານມານັ້ນ ແມ່ນບໍ່ສາມາດປະຕິເສດໄດ້ວຽກງານ ທີ່ຍັງຄົງຄ້າງ ແລະ ໄດ້ຮັບການແກ້ໄຂ ເພື່ອເຮັດໃຫ້ວຽກງານດ້ານພະລັງງານ ແລະ ບໍ່ແຮ່ ສາມາດສ້າງລາຍຮັບເຂົ້າງົບປະມານຂອງລັດຖະບານ; 
ຈາກນັ້ນ, ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ໄດ້ຕາງໜ້າໃຫ້ຂະແໜງທໍລະນີສາດ ແລະ ບໍ່ແຮ່ ລາຍງານກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຮ່ທາດ ພ້ອມທັງຊີ້ແຈງຕໍ່ປະເດັ່ນຕ່າງໆ ທີ່ ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳ, ເຈາະຈີ້ມ ເປັນຕົ້ນແມ່ນ ການຕິດຕາມກວດກາ ແລະ ຄຸ້ມຄອງໂຄງການລົງທຶນດ້ານທໍລະນີສາດ ແລະ ບໍ່ແຮ່, ການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ການຊຸກຍູ້ສົ່ງເສີມການຂຸດຄົ້ນແຮ່ທາດຕິດພັນກັບການກໍ່ສ້າງໂຮງງານເພື່ອປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ຫຼຸດຜ່ອນການສົ່ງອອກແຮ່ດິບໄປຕ່າງປະເທດ, ກົນໄກຂະບວນການ ຢັ້ງຢືນຄຸນນະພາບ ແລະ ການຂົນສົ່ງແຮ່ທາດ ຖັດຈາກນັ້ນ, ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ກໍ່ໄດ້ຂື້ນລາຍງານຫຍໍ້ໃນການດໍາເນີນທຸລະກິດໃນໄລຍະຜ່ານມາ ໂດຍທ່ານໄດ້ຍົກໃຫ້ເຫັນການສະໜອງພະລັງງານໄຟຟ້າຮັບໃຊ້ສັງຄົມ, ການຫຼຸດຜ່ອນພະລັງງານຕົກເຮ່ຍ, ການບໍລິຫານດ້ານການເງິນ, ການຊື້-ຂາຍພະລັງງານໄຟຟ້າ ແລະ ການກໍ່ສ້າງເຂື່ອນໄຟຟ້າ ທີ່ຍັງຢູ່ໃນການຄຸ້ມຄອງຂອງ ຟຟລ; 
ຫຼັງຈາກນັ້ນ, ກອງປະຊຸມ ກໍ່ໄດ້ຮັບຟັງການໂອ້ລົມຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປລາວ ຊຶ່ງກ່ອນອື່ນທ່ານກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານ ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ຍາດມາໄດ້ໃນໄລຍະຜ່ານມາ ທ່າມກາງສະພາບການຂອງໂລກ ທີ່ບໍ່ແນ່ນອນ ແລະ ພາຍໃນປະເທດ ຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ, ສີນຄ້າມີລາຄາແພງ; ເຖິງແນວໃດກໍ່ຕາມ, ວຽກງານພະລັງງານ ແລະ ບໍ່ແຮ່ ແມ່ນມີຄວາມສໍາຄັນ ຕໍ່ລະບົບເສດຖະກິດ, ການຜະລິດ ໂດຍສະເພາະ ລັດຖະບານ ຈະເນັ້ນຈາກຜູ້ບໍລິໂພກ ໃຫ້ກາຍເປັນຜູ້ຜະລິດ ເພື່ອສົ່ງເສີມເສດຖະກິດ ສປປລາວ ໃຫ້ມີຄວາມຍືນຍົງ ແລະ ເຂັ້ມແຂງ.