ໂຄງການກໍ່ສ້າງສະຖານີ 115/22 ກິໂລໂວນ ໂພນຕ້ອງ

25-02-2023.




ທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມຕັ້ງໜ້າອອກແຮງງານຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ  ລັດວິສາຫະກິດໄຟຟ້າລາວ ຍາມໃດກໍ່ໄດ້ສຸມທຸກກໍາລັງແຮງຂອງຕົນ ເພື່ອສູ້ຊົນປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ່ IX  ຂອງລັດຖະບານ ເວົ້າລວມ, ເວົ້າສະເພາະ ກໍຄືແຜນພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ເປັນຕົ້ນ ການປະຕິບັດຄໍາຂັວນ: ພັດທະນາພະລັງງານ ແລະ ບໍ່ແຮ່ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ຂຸດຄົ້ນ ແລະ ນໍາໃຊ້ທ່າແຮງຊັບພະຍາກອນທໍາມະຊາດໃຫ້ຮັບປະກັນຄວາມຍືນຍົງ, ສົ່ງເສີມຫົວໜວ່ຍເສດຖະກິດຂອງຊາດໃຫ້ເຂັ້ມແຂງ,ສະໜອງໄຟຟ້າຮັບໃຊ້ພາຍໃນໃຫ້ພຽງພໍ ແລະ ໝັ້ນຄົງເຊື່ອມໂຍງແລກປ່ຽນພະລັງງານກັບປະເທດເພື່ອນບ້ານ ແລະ ພາກພື້ນ. 
ໃນວັນທີ 25 ກຸມພາ 2023 ຢູ່ສະຖານີໄຟຟ້າໂພນຕ້ອງ ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ຄຳເຈນ ວົງໂພສີ   ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ . ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, , ຄະນະອໍານວຍການໃຫຍ່ ຟຟລ, ປະທານບໍລິສັດແສນສົມ, ປະທານບໍລິສັດຊ່ານຕົງ ພ້ອມແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນພິທີ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ ໄດ້ກ່າວເປີດພິທີຢ່າງເປັນທາງການ, ໂຄງການກໍ່ສ້າງສາຍສົ່ງ ແລະ ສະຖານີໄຟຟ້າ 115/22 ກິໂລໂວນ ໂພນຕ້ອງ ເປັນສະຖານີທີ່ສໍາຄັນຫຼາຍ ແລະ ເປັນສະຖານີຫຼັກໃນການສະໜອງໄຟຮັບໃຊ້ນະຄອນຫຼວງວຽງຈັນ, ສ້າງຕັ້ງຂຶ້ນ ປີ 1967 ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຢີ່ປຸ່ນ ເພື່ອສ້າງຮອງຮັບພະລັງງານຈາກ ແຂວງ ອຸດອນ ລາຊະນາຈັກໄທ ໃນໄລຍະນັ້ນມີພຽງສາຍແຈກດຽວ ເພື່ອຮັບໃຊ້ການກໍ່ສ້າງເຂື່ອນໄຟຟ້າເຂື່ອນໄຟຟ້ານໍ້າງື່ມ1 ພ້ອມແຈກຈ່າຍໃຫ້ກັບຜູ້ຊົມໃຊ້ໄຟໃນນະຄອນຫຼວງວຽງຈັນ, ສະຖານີດັ່ງກ່າວໄດ້ເປີດນຳໃຊ້ພ້ອມກັບສາຍສົ່ງໄຟຟ້າ 115 ກວ ວຽງຈັນ-ໜອງຄາຍ ໃນວັນທີ 16 ທັນວາ 1968 ໂດຍມີປະມຸກລັດ ທັງ 2 ປະເທດໃນໄລຍະນັ້ນ ເປັນປະທານໃນການເປີດ ແລະໄດ້ນໍາໃຊ້ມາເປັນແຕ່ລະໄລຍະ.
ຕະຫຼອດໄລຍະ 56 ປີ ການໃຊ້ງານສະຖານີດັ່ງກ່າວ ເຫັນວ່າລະບົບບໍ່ສາມາດຕອບສະໜອງແຜນຄວາມຕ້ອງການຊົມໃຊ້ໄຟຟ້າໃນອານາຄົດ ປະກອບກັບອຸປະກອນພາຍໃນສະຖານີມີສະພາບທີ່ເກົ່າແກ່ໃຊ້ງານມາດົນ ເລີ່ມເປ່ເພ ຕາມການເຊື່ອມສະພາບ, ມີຄວາມລໍາບາກໃນການບໍາລຸງຮັກ ແລະ ບໍ່ສາມາດທີ່ຈະປັບປຸງໄດ້ແລ້ວ. ສະນັ້ນ, ລັດວິສາຫະກິດໄຟຟ້າລາວ ຈໍາເປັນຕ້ອງໄດ້ສ້າງສະຖານີໃໝ່ເພື່ອປ່ຽນແທນ ສະຖານີປະຈຸບັນ ໃຫ້ຮັບປະກັນການສະໜອງພະລັງງານໄຟຟ້າໃນນະຄອນຫຼວງວຽງຈັນ ໃຫ້ພຽງພໍ ອລະ ມີຄວາມໝັ້ນຄົງ 115/22 ກວ ໂພນຕ້ອງ ທີ່ຈະກໍ່ສ້າງໃໝ່ນີ້ ຈະໃຊ້ເວລາໃນການກໍ່ສ້າງ 1 ປີ ໃຫ້ສໍາເລັດ.
    ໜ້າວຽກໂຄງການປະກອບມີ:
1.    ພາກກໍ່ສ້າງສາຍສົ່ງ 115ກວ ເບື້ອງເຂົ້າສະຖານີ 7 ວົງຈອນ ລວງຍາວ 250 ແມັດ.
2.    ພາກກໍ່ສ້າງສະຖານີ 115/22 ກວ ກໍ່ສ້າງເບສາຍສົ່ງ 115ກວ 7 Bays, ກໍ່ສ້າງ ເບ ໝໍ້ແປງ 115/22 ກວ 4 Bays, ກໍ່ສ້າງເບ 22 ກວ 12 Bays, ກໍ່ສ້າງ ຕາຂ່າຍ 22 ກວ ເຊື່ອມຕາຂ່າຍເດີມ.
3.    ກໍ່ສ້າງສາງເກັບເຄື່ອງ 02 ຫຼັງ ຂະໜາດ 40x60m ແລະ ປັບປຸງອາຄານຄວບຄຸມສະຖານີ ເກົ່າ ເປັນຫ້ອງການ.