ສາຂາແຂວງ ໄຊຍະບູລີ 
ສະຖານທີ່
ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ໄຊຍະບູລີ ຕັ້ງຢູ່ບ້ານ ທ່ານາ ເມືອງໄຊຍະບູລີ ແຂວງໄຊຍະບູລີ.
- ເບີໂທ: 074 211796
- ເບີແຟັກ: 074 211673
- Email: edl_sayaboury@hotmail.com
ພາລະບົດບາດ
- ເປັນຕົວແທນໃຫ້ແກ່ ລັດວິສາຫະກິດໄຟຟ້າລາວ ໃນການພັດທະນາວຽກງານໄຟຟ້າ ໃຫ້ມີການຂະຫຍາຍຕົວຮອບດ້ານ ເພື່ອປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ແລະ ການລົບລ້າງຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າພາຍໃນແຂວງ ໄຊຍະບູລີ ໃຫ້ຫຼຸດລົງເທື່ອລະກ້າວ.
- ສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດ ແລະ ກໍ່ສ້າງຖັນແຖວພະນັກງານ-ກຳມະກອນ ເຂົ້າໃນການດຳ ເນີນທຸລະກິດ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໄດ້ຢ່າງພຽງພໍໃນປະຈຸບັນ ແລະ ອານາຄົດ.
- ເອົາໃຈໃສ່ ຄຸ້ມຄອງວຽກງານບໍລິຫານ ໃຫ້ມີການປະຢັດມັດທະຍັດ, ຫູຸດຜ່ອນລາຍຈ່າຍ ແລະ ເພີ້ມລາຍຮັບ.
- ປະຕິບັດຫົວໜ່ວຍລາຄາ ຈຳໜ່າຍກະແສໄຟຟ້າ ຕາມປະເພດການຊົມໃຊ້ ແລະ ຕາມການອະນຸມັດຂອງລັດ ຖະບານ ສປປ ລາວ.
- ບຳລຸງຮັກສາຊັບສົມບັດຄົງທີ່ ພາຍໃນສາຂາ ກໍ່ຄືຂອງລັດວິສາຫະກິດໄຟຟ້າລາວ ໃຫ້ມີສະພາບໃຊ້ງານໄດ້ປົກກະ ຕິ ແລະ ປະຕິບັດຕາມລະບຽບຫຼັການ ຂອງກະຊວງການເງິນໃນການເສຍພາສີ, ອາກອນ ແລະ ມອບພັນທະງົບ ປະມານ ໃຫ້ຖືກຕ້ອງ ແລະ ທັນຕາມກໍານົດເວລາ.
- ປັບປຸງ ແລະ ຄຸ້ມຄອງລະບົບຕາຂ່າຍແຮງກາງ 22 kV, ຕາຂ່າຍແຮງຕໍ່າ 0,4 kV, ໝໍ້ແປງ, ໝໍ້ນັບໄຟ ແລະ ອຸປະກອນອື່ນໆ ໃຫ້ມີປະສິດທິພາບ ແລະ ຮັບປະກັນໃນການສະໜອງໄຟຟ້າ ໃຫ້ສັງຄົມໄດ້ຊົມໃຊ້ປົກກະຕິ.
- ປັບປຸງ ແລະ ຄຸ້ມຄອງພະລັງງານຕົກເຮ່ຍ, ການເກັບເງິນ-ໝີ້ສິນ, ການຊື້ຂາຍກະແສໄຟຟ້າຈາກພາຍໃນ ແລະ ຕ່າງປະເທດ ໃຫ້ບັນລຸໄດ້ຕາມຕົວເລກແຜນການທີ່ວາງໄວ້.
- ໂຄສະນາ, ປະຊາສໍາພັນ ເຜີຍແຜ່ລະບຽບ, ກົດໝາຍ, ການບໍລິການ, ການຊົມໃຊ້ໄຟຟ້າຢ່າງປອດໄພ, ໃຊ້ຢ່າງຄຸ້ມຄ່າ, ປະຢັດ ແລະ ການຊຳລະຄ່າໄຟຟ້າ ໃຫ້ປົກກະຕິ.
ໂຄງຮ່າງການຈັດຕັ້ງ ສາຂາແຂວງ ໄຊຍະບູລີ