ສາຂາແຂວງ ຜົ້ງສາລີ 
ສະຖານທີ່
ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ຜົ້ງສາລີ ຕັ້ງຢູ່ບ້ານ ໂພນແກ້ວ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ.
- ໂທລະສັບ: 088-210215
- ແຟັກ: 088-210215
ພາລະບົດບາດ
ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ຜົ້ງສາລີ ມີພາລະບົດບາດຄື
- ເປັນຕົວແທນໃຫ້ແກ່ ລັດວິສາາຫະກິດໄຟຟ້າລາວ ດຳເນີນທຸລະກິດ, ຊື້, ຈຳໜ່າຍກະແສໄຟ ແລະ ບໍລິການໄຟຟ້າທົ່ວສັງຄົມ ຢູ່ພາຍໃນແຂວງຜົ້ງສາລີ.
- ຄຸ້ມຄອງບຳລຸງຮັກສາລະບົບສະຖານີ 35/22kv, ເຂື່ອນຂະໜາດນ້ອຍ ນໍ້າບູນ 1 (110 kw), ລະບົບຕາຄ່າຍ-ສາຍສົ່ງ ໃຫ້ໄດ້ຊົມໃຊ້ເປັນປົກກະຕິ ແລະ ມີປະສິດທິພາບສູງ.
- ສະໜອງພະລັງງານໄຟຟ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ ໃຫ້ພຽງພໍຕາມເງື່ອນໄຂຕົວຈີງ.
- ດຳເນີນທຸລະກິດຈຳໜ່າຍກະແສໄຟຟ້າຕາມການອະນຸມັດ ດ້ານລາຄາຂອງລັດຖະບານ.
- ດຳເນີນທຸລະກິດກໍ່ສ້າງ, ຕິດຕັ້ງ, ສ້ອມແປງລະບົບໄຟຟ້າ ຕະຫຼອດຮອດຕິດຕັ້ງໄຟໃນເຮືອນ ໃຫ້ຖືກຕ້ອງຕາມມາດຖານເຕັກນິກ.
- ວາງແຜນການພັດທະນາລະບົບຕາຄ່າຍໄຟຟ້າ ເພື່ອໃຫ້ແທດເໝາະກັບແຜນພັດທະນາເສດຖະກິດ-ສັງຄົມຂອງ ແຂວງຜົ້ງສາລີ ກໍຄືຂອງຂັ້ນເທີງວາງອອກເປັນແຕ່ລະໄລຍະ ສະເພາະໜ້າ ແລະຍາວນານ.
- ຄຸ້ມຄອງ ແລະ ຫຼຸດຜ່ອນພະລັງງານຕົກເຮ່ຍ, ເກັບກູ້ໜີ້ສີນຄ່າກະແສໄຟຟ້າ ຢູ່ພາຍໃນແຂວງຜົ້ງສາລີ ໃຫ້ໄດ້ດີ ເພື່ອເຮັດໃຫ້ການດຳເນີນທຸລະກິດມີປະສິດທິຜົນສູງ.
- ບຳລຸງສ້າງຖັນແຖວພະນັກງານວິຊາການ ດ້ານຄຸນທາດການເມືອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່.
ໂຄງຮ່າງການຈັດຕັ້ງ ສາຂາແຂວງ ຜົ້ງສາລີ