ກອງປະຊຸມເສວະນາກ່ຽວກັບການດໍາເນີນທຸລະກິດ 

11-01-2024.



  ໃນຕອນບ່າຍ ວັນທີ 10 ມັງກອນ 2024 ທີ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ) ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມເສວະນາກ່ຽວກັບການດໍາເນີນທຸລະກິດ ຂອງ ລັດວິສາຫະກິດໄຟຟ້າລາວຂຶ້ນ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ ມີ ຮອງຜູ້ອຳນວຍການໃຫຍ່, ຄະນະອໍານວຍການບໍລິສັດໃນເຄືອ, ຄະນະຝ່າຍ, ຄະນະພະແນກ ແລະ ພະນັກງານ ເຂົ້າຮ່ວມ  257 ທ່ານ. ກອງປະຊຸມແມ່ນໄດ້ນຳສະເໜີໃຫ້ເຫັນການຂະຫຍາຍຕົວ ຂອງ ຟຟລ ແຕ່ລະໄລຍະຄຽງຄູ່ກັບສັງຄົມ ທີ່ເຕີບໃຫຍ່ຕະຫຼອດໄລຍະ 62 ປີ ເພື່ອສ້າງຄວາມເຂົ້າໃຈໃຫ້ກັບຜູ້ເຂົ້າຮ່ວມກອງປະຊຸມ ຕໍ່ສະພາບການດໍາເນີນທຸລະກິດ ຂອງ ລັດວິສາຫະກິດໄຟຟ້າລາວ, ພ້ອມທັງ ລະດົມຄໍາຄິດຄໍາເຫັນ ແລະ ວິທີທາງແກ້ໄຂບັນຫາ ແລະ ສິ່ງທ້າທາຍ ເຊິ່ງ ມາຮອດປະຈຸບັນທົ່ວປະເທດ ມີ ແຫຼ່ງຜະລິດ 96 ແຫຼ່ງ,  ກໍາລັງການຕິດຕັ້ງ 4.491 MW, ລະບົບສາຍສົ່ງ 9.729 km ແລະ ສະຖານີໄຟຟ້າ 76 ແຫຼ່ງ, ສະໜອງໄຟກວມ 95% ຂອງ ຄອບຄົວຜູ້ຊົມໃຊ້ໄຟຟ້າໃນຂອບເຂດທົ່ວປະເທດ.