ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ລັດວິສາຫະກິດໄຟຟ້າລາວ ຄົບຮອບ 62 ປີ

15-12-2023.



ໃນຕອນເຊົ້າ ວັນທີ 16 ທັນວາ 2023, ລັດວິສາຫະກິດໄຟຟ້າລາວ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງ ລັດວິສາຫະກິດໄຟຟ້າລາວ ຄົບຮອບ 62 ປີ (ວັນທີ 18 ທັນວາ 1961 ຫາ 18 ທັນວາ 2023) ແລະ ພິທີເປີດການນໍາໃຊ້ລົດໄຟຟ້າເຂົ້າໃນວຽກງານບໍລິການສ້ອມແປງໄຟຟ້າສຸກເສີນ ທີ່ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ເສັ້ນທາງບຶງທາດຫຼວງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີຮອງລັດຖະມົນຕີ, ຄະນະປະຕິຮູບ, ຫົວໜ້າກົມ, ຄະນະອໍານວຍການ, ຫົວໜ້າຫ້ອງການ, ຫົວໜ້າຝ່າຍ, ແຂກທີ່ຖືກເຊີນ ແລະ ພະນັກງານ ວິຊາການ ຟຟລ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມຂະບວນການຍ່າງໃນຄັ້ງນີ້ເກືອບ 500 ກວ່າທ່ານ.

ໃນພິທີ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ ໄດ້ຂຶ້ນລາຍງານຫຍໍ້ຜົນງານຕະຫຼອດ 62 ປີ ທີ່ ໄດ້ຜ່ານຂະບວນວິວັດແຫ່ງການກໍ່ສ້າງ, ທົດສອບ ແລະ ພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວ ເປັນເທື່ອລະກ້າວ, ຈາກຫົວໜ່ວຍບໍລິການໄຟຟ້າທີ່ອ່ອນນ້ອຍໃນເບື້ອງຕົ້ນ ໄດ້ກາຍມາເປັນ ລັດວິສາຫະກິດທີ່ມີລັກສະນະຄົບຊຸດ ແລະ ສາມາດດໍາລົງບົດບາດເປັນຫົວໜ່ວຍທຸລະກິດຂອງລັດທີ່ມີລັກສະນະເປັນເຈົ້າພາທາງໃນລະບົບເສດຖະກິດແຫ່ງຊາດ.

ຫຼັງຈາກນັ້ນ, ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ມີຄໍາເຫັນໃນພິທີ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975, ພັກ ໄດ້ວາງແນວທາງ ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດ ກ້າວຂຶ້ນຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມ ຊຶ່ງໄດ້ກໍານົດເອົາການພັດທະນາວຽກງານພະລັງງານໄຟຟ້າ ໂດຍສະເພາະແມ່ນຖືເອົາການພັດທະນາພະລັງງານໄຟຟ້ານໍ້າຕົກເປັນພື້ນຖານ, ແນໃສ່ເສີມຂະຫຍາຍທ່າແຮງບົ່ມຊ້ອນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຂອງຊາດ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ, ໃນຕອນທ້າຍພິທີ ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວເປີດງານ ແລະ ນໍາພາຂະບວນຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ລັດວິສາຫະກິດໄຟຟ້າລາວ ຄົບຮອບ 62 ປີ ແລະ ເປີດການນໍາໃຊ້ລົດໄຟຟ້າເຂົ້າໃນວຽກງານບໍລິການສ້ອມແປງໄຟຟ້າສຸກເສີນ.