Image

ສາຂາແຂວງ ບໍລິຄຳໄຊ


ສະຖານທີ່

ລັດວິສາຫະກິດໄຟຟ້າລາວສາຂາແຂວງ ບໍລິຄຳໄຊ ສ້າງຂື້ນໃນວັນທີ 23/11/1996 ສຳນັກງານຕັ້ງຢູ່ບ້ານ ຫົງໄຊ ແຂວງບໍລິຄຳໄຊ ທາງຕັດຖະໜົນ 4B.

  • ໂທລະສັບ: 054 280301
  • ແຟັກ: 054 280307


ພາລະບົດບາດ

ລັດວິສາຫະກິດໄຟຟ້າລາວສາຂາແຂວງ ບໍລິຄຳໄຊ ແມ່ນຫົວໜ່ວຍທຸລະກິດໜຶ່ງທີ່ເປັນຂອງລັດ, ມີໜ້າທີ່ຄຸ້ມຄອງ, ບໍລິການ ແລະ ພັດທະນາ ຂະຫຍາຍຕາຂ່າຍໄຟຟ້າຕາມທິດທາງແຜນນະໂຍບາຍຂອງ ພັກ-ກົດໝາຍຂອງລັດເພື່ອເຮັດໜ້າທີ່ຮັບໃຊ້ບໍລິການປະຊາຊົນບັນດາເຜົ່າພາຍໃນໃຫ້ທົ່ວເຖິງ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ລັດວິສາຫະກິດໄຟຟ້າລາວ ກໍ່ຄືຂອງປະເທດຊາດ.


ໂຄງຮ່າງການຈັດຕັ້ງ ສາຂາແຂວງ ບໍລິຄຳໄຊ

Image Image