ສາຂາແຂວງ ບໍ່ແກ້ວ 
ສະຖານທີ່
ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ບໍ່ແກ້ວ ມີສຳນັກງານຕັ້ງຢູ່ ບ້ານໃຫຍ່ຫ້ວຍຊາຍໃຕ້( ຄຸ້ມມ່ວງແກ້ວ ) ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ , ທິດເໜືອ ຕິດກັບ ຫ້ອງການຕຳຫລວດ, ທິດໃຕ້ຕິດກັບ ວັດແກ້ວໂພນສະຫວັນ ແລະ ສະໂມສອນໃຫຍ່ຂອງແຂວງບໍ່ແກ້ວ.
- ໂທລະສັບ: 084 211 495, 084 212 008 , 084 212 083.
- ແຟັກ: 084 212 007
- E-mail : EDL_Bokeo@hotmail.com
ພາລະບົດບາດ
- ເປັນຕົວແທນ ໃຫ້ແກ່ລັດວິສາຫະກິດໄຟຟ້າລາວ ໃນການດຳເນີນທຸລະກິດ, ຈຳໜ່າຍກະແສໄຟຟ້າ ແລະ ບໍລິການສັງຄົມຢູ່ພາຍໃນ ແຂວງ ບໍ່ແກ້ວ.
- ຕອບສະໜອງ ພະລັງງານໄຟຟ້າ ເຂົ້າໃນການ ພັດທະນາ ເສດຖະກິດ - ສັງຄົມ ໃຫ້ພຽງພໍຕາມເງື່ອນໄຂຕົວຈິງ.
- ຄູ້ມຄອງບຳລຸງຮັກສາ, ສ້ອມແປງ ລະບົບຈໍາໜ່າຍໄຟຟ້າ ໃຫ້ໄດ້ໃຊ້ງານເປັນປົກກະຕິ ແລະມີປະສິດທິຜົນສູງ.
- ວາງແຜນການ ພັດທະນາລະບົບຕາຂ່າຍໄຟຟ້າ ເພື່ອໃຫ້ແທດເໝາະກັບແຜນພັດທະນາ ເສດຖະກິດ - ສັງຄົມ ຂອງແຂວງ ບໍ່ແກ້ວ ແລະ ຂອງຂັ້ນເທີງວາງອອກເປັນແຕ່ລະໄລຍະ, ສະເພາະໜ້າ ແລະ ຍາວນານ.
- ດໍາເນີນທຸລະກິດ ບໍລິການຈຳໜ່າຍ ກະແສໄຟຟ້າ ຕາມການອະນຸມັດ ດ້ານລາຄາ ຂອງລັດຖະບານ ສປປ ລາວ.
- ບຳລຸງ ແລະ ກໍ່ສ້າງຖັນແຖວພະນັກງານ, ຄຸ້ມຄອງທຸລະກິດ, ຄຸ້ມຄອງພະນັກງານວິຊາການ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໜ້າທີ່ການເມືອງ ຂອງລັດວິສາຫະກິດໄຟຟ້າລາວ ໃຫ້ໄດ້ຢ່າງພຽງພໍ ໃນປະຈຸບັນ, ສະເພາະໜ້າ ແລະ ຍາວນານ.
- ຄູ້ມຄອງ ແລະ ຫຼຸດຜ່ອນພະລັງງານຕົກເຮັ່ຍໃນພາກຈຳໜ່າຍ ແລະ ຫຼຸດຜ່ອນໜີ້ສີນຄ່າກະແສໄຟຟ້າ ຢູ່ແຂວງ ບໍ່ແກ້ວ ເພື່ອແນໃສ່ເຮັດໃຫ້ ການດຳເນີນທຸລະກິດ ມີປະສິດທິຜົນສູງ.
- ໂຄສະນາເຜີຍແຜ່ ລະບຽບ ຫລັກການ ໃນການຊົມໃຊ້ພະລັງງານໄຟຟ້າໃຫ້ມີຄວາມປອດໄພ ແລະ ບົນພື້ນຖານການປະຢັດພະລັງງານໄຟຟ້າເພື່ອອານາຄົດ.
ໂຄງຮ່າງການຈັດຕັ້ງ ສາຂາແຂວງ ບໍ່ແກ້ວ