ພະນັກງານ ວິຊາການ ລັດວິສາຫະກິດໄຟຟ້ລາວ 3 ສາຂາ ພາກເໜືອ ເຂົ້າຮ່ວມຝຶກອົບຮົມວຽກງານເຕັກນິກໝໍ້ນັບໄຟ

01-11-2016.



      ເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດດ້ານເຕັກນິກໝໍ້ນັບໄຟ, ໃນຕອນເຊົ້າວັນທີ 25 ຕຸລາ 2016 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ລັດວິສາຫະກິດໄຟຟ້າລາວ(ຟຟລ) ສາຂາ ແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມກ່ຽວກັບ ວຽກງານໝໍ້ນັບໄຟເອເລັກໂຕຼນິກ(Electronic) ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ຄຳໝໍ້ ສິງຄຳ ຮອງຫົວໜ້າ ຟຟລ ສາຂາ ແຂວງໄຊຍະບູລີ ມີນັກຝຶກອົບຮົມຈາກ ພະແນກ, ສູນບໍລິການໄຟຟ້າປະຈຳເມືອງ, ວິຊາການຈາກ ຟຟລ ສາຂາ ແຂວງວຽງຈັນ ແລະ ສາຂາ ແຂວງຫຼວງພະບາງ ເຂົ້າຮ່ວມ 36 ຄົນ.

      ພິທີຈັດຊຸດຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ດໍາເນີນໄປເປັນເວລາ 3 ວັນ ເຊີ່ງນຳໂດຍ ທ່ານ ສະດາຈັນ ອິນທະວົງສາ ຮອງຫົວໜ້າໜ່ວຍງານ ຫ້ອງການມາດຕະຖານເຕັກນິກ ຟຟລ ພ້ອມດ້ວຍຄູຝຶກ ຈາກສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ໄດ້ລົງເປີດຊຸດຝຶກອົບຮົມ ໃນຫົວຂໍ້ “ການນຳໃຊ້ໝໍ້ນັບໄຟເອເລັກໂຕຼນິກ(Electronic)” ເພາະປະຈຸບັນ ຟຟລ ໄດ້ນຳໃຊ້ໝໍ້ນັບໄຟລຸ້ນໃໝ່ ເຊີ່ງປະກອບດ້ວຍ: AEC6000, EM214, EM211A1, EDMI, MK29E ແລະ ZONE ໜ້າວຽກທີ່ຝຶກອົບຮົມຈະປະກອບມີ: ວິທີຈົດເລກພະລັງງານ, ວິທີການນໍາໃຊ້ຊອບແວ໌ (Solfware) ເພື່ອເຊື່ອມຕໍ່ເຂົ້າກັບໝໍ້ນັບໄຟ, ວິທີການນຳໃຊ້ເຄື່ອງທົດສອບໝໍ້ນັບໄຟລຸ້ນໃໝ່, ການນຳໃຊ້ໂປຼແກຼມເພື່ອເຊື່ອມຕໍ່ ແລະ ດຶງຂໍ້ມູນຂອງໝໍ້ນັບໄຟ Electronic 1 ເຟສ໌  ແລະ 3 ເຟສ໌. ພາຍຫຼັງນັກຝຶກອົບຮົມໄດ້ຮຽນຮູ້ ພາກທິດສະດີແລ້ວ ກໍ່ໄດ້ຮຽນຮູ້ພາກປະຕິບັດວຽກຕົວຈິງ ເພື່ອເຮັດໃຫ້ນັກຝຶກອົບຮົມໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ກ່ຽວກັບຂັ້ນຕອນ ແລະ ວິທີການນຳໃຊ້ໝໍ້ນັບໄຟດັ່ງກ່າວ ໃຫ້ສາມາດນຳເອົາໄປໝູນໃຊ້ເຂົ້າໃນ ວຽກງານວິຊາສະເພາະຂອງແຕ່ລະສາຂາ ເພື່ອຍົກສູງດ້ານການບໍລິການສັງຄົມໃຫ້ໄດ້ຮັບຜົນດີກວ່າເກົ່າ ເພາະໜໍ້ນັບໄຟລຸ້ນໃໝ່ເປັນລະບົບເອເລັກໂຕຼນິກ ຈະບໍ່ມີຈານໝູນ ຄືກັບໝໍ້ນັບໄຟລຸ້ນເກົ່າ ການບັນທຶກພະລັງງານຂອງໝໍ້ນັບໄຟລຸ້ນໃໝ່ ມີຄວາມຊັດເຈນ, ການບັນທຶກພະລັງງານຂອງໝໍ້ນັບໄຟຈະຄ້າງໄວ້ຢູ່ທີ່ໜ້າຈໍເວລາທ້າຍເດືອນ, ມີຄວາມສະດວກໃນການອ່ານຄ່າ ຫຼື ຈົດເລກພະລັງງານໄຟຟ້າ ແລະ ຜູ້ຊົມໃຊ້ພະລັງງານໄຟຟ້າສາມາດ ກວດສອບ ຕິດຕາມ ຕົວເລກໄດ້ດ້ວຍຕົນເອງ, ຈະມີລະບົບແຈ້ງເຕືອນເປັນຕົວເລກພະລັງງານເທິງໜ້າຈໍ ຖ້າຫາກ ໃນກໍລະນີຕໍ່ສາຍຜິດ ຫຼື ມີການລັກຊົມໃຊ້ກະແສໄຟຟ້າ ແລະ ໃນກໍລະນີມີການຕິດຕັ້ງໝໍ້ນັບໄຟອ່ຽງມຸມ ຫຼື ໝໍ້ນັບໄຟຕັ້ງບໍ່ທ່ຽງ ຈະບໍ່ມີຜົນກະທົບຕໍ່ການນັບຕົວເລກພະລັງງານໄຟຟ້າ ແລະ ເປັນການຊ່ວຍຫຼຸດຜ່ອນພະລັງງານຕົກເຮ່ຍໃນ ແລະ ນອກເຕັກນິກ, ຊຸດຝຶກອົບຮົມດັ່ງກ່າວໄດ້ດຳເນີນເປັນເວລາ 3 ວັນຈຶ່ງສຳເລັດ.