ກອງປະຊຸມປຶກສາຫາລື ສາຍເກາະຫ້ອຍຕາມເສົາໄຟຟ້າ ກັບພາກສ່ວນທີ່ກ່ຽວຂ້ອງ

28-10-2016.



          ໃນຕອນບາຍ ຂອງວັນທີ 25 ຕຸລາ 2016, ລັດວິສາຫະກິດໄຟຟ້າລາວ(ຟຟລ) ສາຂາ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງ ຟຟລ ສາຂາ ແຂວງບໍ່ແກ້ວ ກັບ ບໍລິສັດ ອີທີແອລ, ລັດວິສາຫະກິດລາວໂທລະຄົມ, ບໍລິສັດສະຕາໂທລະຄົມ, ບໍລິສັດ Sky Telecom ແລະ ບໍລິສັດ Cable ແຂວງບໍ່ແກ້ວ ເລື່ອງການເກັບກຳຂໍ້ມູນສາຍໂທລະສັບເກາະຫ້ອຍເສົາໄຟຟ້າ ໂດຍການເປັນປະທານຂອງ ທ່ານ ວົງດາລາ ສີສະແຫວງສຸກ ຫົວໜ້າ ຟຟລ ສາຂາ ແຂວງບໍ່ແກ້ວ, ມີຫົວໜ້າພະແນກ, ຮອງພະແນກ, ວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

          ກອງປະຊຸມໄດ້ຮ່ວມກັນປຶກສາຫາລື ວຽກງານການເກາະຫ້ອຍສາຍໂທລະສັບກັບເສົາໄຟຟ້າ ເພື່ອເປັນການແລກປ່ຽນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການປະສານງານເຮັດວຽກຮ່ວມກັນຂອງແຕ່ລະພາກສ່ວນ ກອງປະຊຸມກໍ່ໄດ້ແລກປ່ຽນຂໍ້ຄິດເຫັນຫຼາຍເລື່ອງ ແລະ ໄດ້ເປັນເອກະພາບຮ່ວມກັນຫຼາຍບັນຫາເຊັ່ນ: ເຮັດບົດບັນທຶກການລົງເກັບກຳຂໍ້ມູນ ຈຳນວນການເກາະຫ້ອຍສາຍນຳເສົາໄຟຟ້າ. ການບຳລຸງຮັກສາແລວສາຍໄຟຟ້າ (ຕັດຕົ້ນໄມ້ອອກຈາກແລວສາຍຕາຂ່າຍ) ມູນຄ່າທີ່ເກີດຂື້ນໃນການຕັດຕົ້ນໄມ້ບຳລຸງ ຮັກສາ ພາກສ່ວນເກາະຫ້ອຍສາຍນຳເສົາໄຟຟ້າຮັບຜິດຊອບພາກສ່ວນລະ 10% ຂອງມູນຄ່າທີ່ເກີດຂຶ້ນ ສ່ວນມູນຄ່າທີ່ຍັງເຫລືອແມ່ນ ຟຟລ ສາຂາ ແຂວງບໍ່ແກ້ວເປັນຜູ້ຮັບຜິດຊອບ. ຟຟລ ສາຂາແຂວງບໍ່ແກ້ວ ໄດ້ສະເໜີໃຫ້ທຸກພາກສ່ວນທີ່ເກາະຫ້ອຍສາຍນຳເສົາໄຟຟ້າຂຶ້ນງົບປະມານໃນການບຳລຸງຮັກສາແລວຕາຂ່າຍໄຟຟ້າທຸກປີ. ການລົງສຳຫລວດ ຫລື ກວດກາຄືນການຕັດຕົ້ນໄມ້ໃນແຕ່ລະຄັ້ງແມ່ນ ຟຟລ ສາຂາແຂວງບໍ່ແກ້ວ ເປັນເຈົ້າພາບ ແລະ ຜູ້ແຈ້ງໃຫ້ແຕ່ລະພາກສ່ວນເຂົ້າຮ່ວມ. ການສ້ອມແປງຂອງພາກສ່ວນໃດໜຶ່ງແລ້ວສົ່ງຜົນໃຫ້ເກີດຄວາມເສຍຫາຍອີກຝ່າຍ ຜູ້ຈັດຕັ້ງວຽກງານຕ້ອງແຈ້ງໃຫ້ຜູ້ເສຍຫາຍຮັບຊາບ ເພື່ອຮ່ວມກັນແກ້ໄຂ ເພື່ອເຮັດແນວໃດບໍ່ໃຫ້ມີຜົນກະທົບຕໍ່ອີກຝ່າຍ ແລະ ກອງປະຊຸມກໍ່ໄດ້ປິດລົງໃນຕອນແລງຂອງວັນດຽວກັນ.