ຍົກລະດັບຄວາມຮູ້ດ້ານການບໍລິຫານ ພະນັກງານ ກຳມະກອນ ຟຟລ ສາຂາ ແຂວງບໍ່ແກ້ວ

25-10-2016.



      ໃນວັນທີ 19-21 ຕຸລາ 2016, ຢູ່ທີ່ຫ້ອງປະຊຸມ ລັດວິສາຫະກິດໄຟຟ້າລາວ(ຟຟລ) ສາຂາ ແຂວງບໍ່ແກ້ວໄດ້ຈັດຊຸດຝຶກອົບຮົມຂື້ນ ໃນຫົວຂໍ້: “ການບໍລິຫານວຽກໃຫ້ດີ ແລະ ມີຄຸນນະພາບສູງ”  ໂດຍການເປັນປະທານຂອງ  ທ່ານ ວົງດາລາ ສີສະແຫວງສຸກ ຫົວໜ້າ ຟຟລ ສາຂາ ແຂວງບໍ່ແກ້ວ, ມີຄະນະສາຂາ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າໜ່ວຍງານ, ຈຸງານ, ຫົວໜ້າສູນບໍລິການໄຟຟ້າແຕ່ລະເມືອງ ແລະ ຫົວໜ້າໜ່ວຍບໍລິການແຕ່ລະເຂດ ເຂົ້າຮ່ວມຈຳນວນ 67 ທ່ານ. ການເປີດຊຸດຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ດໍາເນີນເປັນເວລາ 3 ວັນ ແລະ ໃຫ້ກຽດບັນລະຍາຍໂດຍ ທ່ານ ອາຈານ ຄໍາພັດ ບູລົມ ຜູ້ອໍານວຍການສູນທີ່ປືກສາ ເທັກໂດ, ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອເປັນການຍົກສູງຄວາມຮູ້ ຄວາມສາມາດ ຂອງພະນັກງານ ກຳມະກອນ ຂອງສາຂາ ໃຫ້ເປັນຜູ້ມີຄວາມຮູ້ ຄວາມສາມາດຂື້ນຕີ່ມ ເພື່ອສ້າງບຸກຄະລາກອນ ເພື່ອຮອງຮັບກັບໜ້າວຽກໃນປະຈຸບັນ ກໍ່ຄືອານາຄົດ ໂດຍສະເພາະ ວຽກງານການບໍລິຫານໃຫ້ມີປະສິດຕິພາບ ເອກະສານທີ່ນຳມາຝຶກອົບຮົມ ປະກອບດ້ວຍ 6 ຫຼັກສູດຄື: ການບໍລິຫານເວລາ, ການໃຊ້ແບບຟອມ ເຄພີໄອ(KPI)  ເພື່ອປະເມີນຜົນພະນັກງານຂັ້ນລຸ່ມຂອງຕົນເອງ, ການສ້າງຕົວເອງໃຫ້ມີປະສິດທິພາບກວ່າເກົ່າ, ການສື່ສານທີ່ມີປະສິດທິຜົນ ແລະ ປະສິດທິພາບ, ການດຳເນີນກອງປະຊຸມໃຫ້ມີຜົນສຳເລັດ ແລະ ການມອບໝາຍວຽກ ແລະ ຕິດຕາມວຽກ.  ການຝຶກອົບຮົມເຫັນວ່ານັກສໍາມະນາກອນທຸກຄົນ ແມ່ນໄດ້ເຂົ້າໃຈແຈ້ງ ຊັດເຈນ  ເຖີ່ງຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດ ພ້ອມກັນນັ້ນທຸກຄົນກໍ່ສາມາດເອົາເຂົ້າໄປນຳໃຊ້ໃນວຽກງານວິຊາສະເພາະຂອງຕົນເອງ ເພື່ອເຮັດໃຫ້ໜ້າວຽກເກີດຜົນປະໂຫຍດສູງສຸດ ໂດຍສະເພາະ ການໃຊ້ແບບຟອມ ເຄພີໄອ (KPI)  ເພື່ອປະເມີນຜົນການເຮັດວຽກຂອງພະນັກງານ ກຳມະກອນ ເພື່ອເປັນຖານຂໍ້ມູນ ຜົນງານຂອງແຕ່ລະຄົນ ໂດຍການໃຊ້ ເຄພີໄອ ເປັນຕົວຊື້ວັດ. ເຊີ່ງໃນນັ້ນ, ຟຟລ ສາຂາ ແຂວງບໍ່ແກ້ວ ຈະໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດ (KPI) ໃນເດືອນ ມັງກອນ 2017. ໃນຕອນທ້າຍ ກໍ່ໄດ້ມີພິທີມອບຮັບໃບຢັ້ງຢືນ ຈາກ ທ່ານ ຜູ້ອຳນວຍການ ສູນທີປຶກສາເທັກໂດ ແລະ ທ່ານ ວົງດາລາ ສີສະແຫວງສຸກ ຫົວໜ້າ ຟຟລ ສາຂາ ແຂວງບໍ່ແກ້ວ ກໍ່ໄດ້ມີ​ຄຳ​ເຫັນ​ວ່າ: ກ່ອນອື່ນ ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການຈັດຊຸດຝຶກອົບຮົມ ແລະ ທ່ານ ຫວັງວ່າບົດຮຽນດັ່ງກ່າວທີ່ອາຈານໄດ້ສິດສອນໃຫ້ ພະນັກງານ ກຳມະກອນ ຟຟລ ສາຂາແຂວງບໍ່ແກ້ວ  ຈົ່ງໄດ້ນຳເອົາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນດີກວ່າເກົ່າ ແລະ ພິທີດັ່ງກ່າວກໍ່ໄດ້ປິດລົງໃນຕອນແລງຂອງວັນທີ 21 ຕຸລາ 2016.