ຄວາມຄືບໜ້າການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຫີນບູນ

20-10-2016.



       ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນ ແມ່ນໂຄງການໜຶ່ງທີ່ລັດຖະບານລາວ ໄດ້ມອບໃຫ້ ລັດວິສາຫະກິດໄຟຟ້າລາວ(ຟຟລ) ເປັນເຈົ້າຂອງໂຄງການ ເພື່ອເປັນການພັດທະນາພະລັງງານໄຟຟ້າມາຊົມໃຊ້ພາຍໃນປະເທດ ຕາມແຜນພັດທະນາພະລັງງານໄຟຟ້າຂອງລັດຖະບານ ເຊີ່ງໂຄງການດັ່ງກ່າວ ແມ່ນຕັ້ງຢູ່ ເມືອງ: ຄູນຄຳ ແຂວງ:ຄໍາມ່ວນ ແຍກອອກຈາກທາງເລກທີ 13 ໃຕ້ ຫາ ໂຄງການເຂື່ອນໄຟຟ້ານໍ້າຫີນບູນປະມານ 16 ກິໂລແມັດ ມີກຳລັງຕິດຕັ້ງ 30 ​ເມ​ກາ​ວັດ ສາມາດຜະລິດກະ​ແສ​ໄຟຟ້າ​ໄດ້ 155 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່ປີ ແລະ ມີເຄື່ອງຈັກຜະລິດໄຟຟ້າສອງເຄື່ອງ ເປັນໂຄງການທີ່ນໍາໃຊ້ນໍ້າໂດຍກົງຈາກແມ່ນໍ້າຫີນບູນ, ນອກຈາກໂຄງການດັ່ງກ່າວຈະຜະລິດກະແສໄຟຟ້າແລ້ວ ນໍ້າທ້າຍເຂື່ອນ ສ່ວນໜຶ່ງ ຈະສະໜອງເຮັດເປັນຊົນລະປະທານ ​ໃຫ້​ປະຊາຊົນ​ສາມາດ​ເຮັດ​ນາໄດ້ສອງລະດູຄື: ນາປີ ແລະ ນາແຊງ,ໃນເນື້ອທີ່ ປະມານ 5 ຫາ 6 ພັນ ​ເຮັກຕາ ແລະ ​ເປັນ​ເຂື່ອນ​ທີ່ມີລະບົບສາຍສົ່ງໄຟຟ້າແຮງສູງ 115 ກວ 1 ວົງຈອນຈາກເຂື່ອນ ຫາສະຖານີໄຟ​ຟ້າຄອນສົງ ມີຄວາມຍາວ 20.23 ກິ​ໂລ​ແມັດ(ຊາວຈຸດຊາວສາມກິໂລແມັດ) ແລະ ພະລັງງານໄຟຟ້າທີ່ຜະລິດໄດ້ ແມ່ນຈະສະໜອງໃຫ້ບັນ​ດາແຂວງທາງພາກກາງຂອງລາວ. ໜ້າວຽກຂອງໂຄງການ ມາຮອດຕົ້ນເດືອນ ຕຸລາ 2016 ແມ່ນສາມາດປະຕິບັດໄດ້ເຊັ່ນ: ລະບົບສາຍສົ່ງ 115 ກິໂລໂວນຈາກໂຄງການ ຫາ ສະຖານີຄອນສົງ ສຳເລັດ 100%, ວຽກງານກໍ່ສ້າງເຮືອນຈັກ (Power house) ສຳ​ເລັດ 58.32%, ວຽກກໍ່ສ້າງຝາຍນໍ້າລົ້ນ(Spillway) ສຳ​ເລັດ 87.38%, ວຽກ​ໄຟຟ້າ ແລະ ກົນຈັກ ສຳ​ເລັດ 68.80%, ວຽກງານກົນຈັກປະຕູນໍ້າ ສຳ​ເລັດ 77.31% ແລະ ວຽກງານສິ່ງ​ແວດ​ລ້ອມ ສຳ​ເລັດ 42.33%. ​ມາ​ຮອດປັດ​ຈຸ​ບັນ​ວຽກ​ງານ​ຂ​ອງໂຄງ​ການກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນທັງ​ໝົດ  ​ແມ່​ນ​ສຳເລັດໄປ​ແລ້​ວ 75,93%​ ແລະ ຫຼັງຈາກນີ້ໜ້າວຽກທີ່ໂຄງການຕ້ອງໄດ້ສຸມໃສ່ ປະກອບດ້ວຍ, ວຽກການກໍ່ສ້າງໂຮງຈັກ, ວຽກກໍ່ສ້າງປະຕູນໍ້າ, ວຽກກໍ່ສ້າງສະຖານີໄຟຟ້າ, ວຽກໄຟຟ້າກົນຈັກ ແລະ ວຽກງານສິ່ງແວດລ້ອມ.