ພິທີມອບ-ຮັບ ໂຮງຮຽນປະຖົມສົມບຸນປອມປີກ

20-10-2016.



ລັດວິສາຫະກິດໄຟຟ້າລາວ ໃນຖານະລັດວິສາຫະກິດຂອງລັດ ເວລາໄດ ກໍ່ໄດ້ສຸມສະຕິປັນຍາ ແລະ ຄວາມສາມາດທຸກປະການ ເພື່ອສູ້ຊົນເຮັດໃຫ້ລ້ອນໜ້າທີ່ ທີ່ພັກ-ລັດ ປະຊາຊົນ ແລະ ປະເທດຊາດມອບໝາຍໃຫ້, ແລະ ໄດ້ເຫັນຄວາມຈຳເປັນ ແລະ ຄວາມສຳຄັນ ຂອງວຽກງານດ້ານການສຶກສາ ຄຽງຄູ່ກັບການສ້າງສາພັດທະນາປະເທດຊາດ ແລະ ໃຫ້ເຍົາວະຊົນ ໄດ້ຮັບການສືກສາຢ່າງທົ່ວເຖິງ. ມາໃນວັນທີ 3 ຕຸລາ 2016 ທີ່ຜ່ານມາ, ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີ ມອບ-ຮັບ ໂຮງຮຽນປະຖົມສົມບູນປອມປີກ ທີ່ຕັ້ງຢູ່ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ. ໂດຍການເຂົ້າຮ່ວມຂອງທ່ານ ປະລິນຍາເອກ ຄຳມະນີ ອິນທິລາດ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະພັກ ຄະນະນໍາຈາກສູນກາງ ອົງການປົກຄອງທ້ອງຖິ່ນ, ແຂກທີ່ຖືກເຊີນ, ຄູອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມ.

ສຳລັບໂຮງຮຽນທີ່ມອບ-ຮັບໃນຄັ້ງນີ້ ແມ່ນມີ 1 ຫຼັງ, ປະກອບມີ 5 ຫ້ອງຮຽນ  ພ້ອມດ້ວຍ ໂຕະ, ຕັ່ງ, ກະດານ, ດອກໄຟ, ພັດລົມ ແລະ ຫ້ອງນ້ຳ. ຈຸດປະສົງ ແມ່ນເພື່ອສົ່ງເສີມການສຶກສາ, ອຳນວຍຄວາມສະດວກໃນການຮຽນ, ການສອນ, ຂອງຄູອາຈານ ແລະ ນ້ອງນັກຮຽນ ບ້ານນ້ຳພາວ, ເປັນບ່ອນຝຶກຝົນຫຼໍ່ຫຼອມໃຫ້ຄວາມຮູ້ ໃຫ້ເປັນນັກຮຽນເກັ່ງ, ເປັນລູກທີ່ດີຂອງພໍ່ແມ່, ເປັນສິດທີ່ດີຂອງຄູ ແລະ ເປັນໜໍ່ແໜງຂອງປະເທດຊາດໃນອະນາຄົດ.