ພິທີເປີດການນໍາໃຊ້ສາຍສົ່ງ-ສະຖານີໄຟຟ້າ 115 ກວ ເມືອງພີນ-ສາລະວັນ

20-10-2016.



      ໃນວັນທີ 01 ຕຸລາ 2016 ທີ່ຜ່ານມາ, ຢູ່ທີ່ເມືອງພີນ ແຂວງສະຫວັນນະເຂດ ໄດ້ມີພິທີເປີດການນໍາໃຊ້ ສາຍສົ່ງ-ສະຖານີໄຟຟ້າແຮງສູງ 115 ກິໂລໂວນ(ກວ) ເມືອງພີນ-ສາລະວັນ ຢ່າງເປັນທາງການ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີທ່ານເຈົ້າແຂວງ, ເຈົ້າເມືອງ,ຜູ້ຮັບເໝົາໂຄງການ, ພະນັກງານ ວິຊາການ ຟຟລ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ໃນພິທີ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ(ຟຟລ) ໄດ້ຂື້ນລາຍງານຫຍໍ້ກ່ຽວກັບໂຄງການ ມີບາງຕອນທ່ານໄດ້ເວົ້າວ່າ: ຟຟລ ຍາມໃດກໍ່ໄດ້ສຸມທຸກສະຕິປັນຍາ ແລະ ຄວາມສາມາດທຸກປະການເພື່ອສູ້ຊົນເຮັດລ້ອນໜ້າທີ່ຂອງຕົນທີ່ ພັກ-ລັດ ແລະ ປະຊາຊົນ ໄດ້ມອບໝາຍໃຫ້ ໂດຍສະເພາະການຂະຫຍາຍການຜະລິດ, ການຈໍາໜ່າຍ, ລະບົບສາຍສົ່ງໄຟຟ້າ ແລະ ສະໜອງໄຟຟ້າຮັບໃຊ້ການຜະລິດໃຫ້ປະຊາຊົນບັນດາເຜົ່າໃນທົ່ວປະເທດ ໃຫ້ພຽງພໍຕໍ່ເນື່ອງ ແລະ ມີຄຸນນະພາບ ຄື: ຮອດປີ 2020 ຄອບຄົວຜູ້ຊົມໃຊ້ໄຟຟ້າໃນທົ່ວປະເທດໄດ້ 95%. ສະນັ້ນ, ໂຄງການສາຍສົ່ງ 115 ກວ ເມືອງພີນ-ສາລະວັນແມ່ນໂຄງການໜຶ່ງ ທີ່ເຊື່ອມຕໍ່ສາຍສົ່ງ 115 ກວ ລະຫວ່າງແຂວງສະຫວັນນະເຂດ ຫາ ແຂວງສາລະວັນ ແລະ ແຂວງເຊກອງ ແລະ ເປັນລະບົບສາຍສົ່ງໄຟຟ້າແຮງສູງທີ່ເຊື່ອມຕໍ່ບັນດາເຂື່ອນໄຟຟ້າທີ່ມີຢູ່ພາກໃຕ້ ສປປລາວ ເຂົ້າໃສ່ກັນເປັນຕົ້ນ: ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່, ເຂື່ອນໄຟຟ້າເຊເສັດ 1 ແລະ 2, ເຂື່ອນໄຟຟ້າເຊໂປນ 3, ເຂື່ອນໄຟຟ້າເຊລະນອງ 1 ແລະ 2 ພ້ອມກັນນັ້ນຍັງຈະເປັນລະບົບສາຍສົ່ງເພື່ອຈະເຊື່ອມຕໍ່ກັບ ປະເທດ ສສ ຫວຽດ ໃນອານາຄົດ, ບໍ່ຄຳໂຊໂປນ ແລະ ຈະຮອງຮັບການສະໜອງພະລັງງານໄຟຟ້າໃຫ້ກັບເຂດເສດຖະກິດພິເສດ ສະຫວັນ-ເຊໂນ.