ກອງປະຊຸມສຳມະນາຮ່ວມມື EDL-JEPIC ຂື້ນ ໃນຫົວຂໍ້ ການບໍລິຫານຊັບພະຍາກອນມະນຸດ

17-01-2017.


orologi replica fake rolex replica uhren

           ໃນ​ລະຫວ່າງ ວັນ​ທີ 17-19 ມັງກອນ 2017 ນີ້  ຢູ່ທີ່ຫ້ອງປະຊຸມໃຫຍ່ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ໄດ້ຈັດກອງປະຊຸມສຳມະນາຮ່ວມມື EDL-JEPIC ຂື້ນ ໃນຫົວຂໍ້ “ການບໍລິຫານຊັບພະຍາກອນມະນຸດ” (Human Resource Management)  ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ດວງ​ສີ ພາຣະຍົກ ຮອງ​ຜູ້ອຳນວຍການ​ໃຫຍ່  ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ແລະ ທ່ານ ອະຊືຊິ ຮາມາດະ (Atsushi HAMADA) ຮອງຜູ້ອຳນວຍການ ຝ່າຍປະສານງານຜົວພັນຕ່ງປະເທດຂອງ JEPIC-ICC ພ້ອມ​ດ້ວຍ​ຄະນະ​ສາຂາ, ຄະນະຫ້ອງການ, ແລະ ບັນດານັກສຳມະນາກອນ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 66 ທ່ານ. ການບໍລິຫານຊັບພະຍາກອນມະນຸດ” (Human Resource  Management) ເປັນລະບົບໜື່ງທີ່ສໍາຄັນ ແລະ ມີບົດບາດ ຕັດສີ້ນຕົ້ນຕໍ ຕໍ່ການດຳເນີນທຸລະກິດ ແລະ ການຄຸ້ມຄອງທຸລະກິດພະລັງງານ ໂດຍສະເພາະໃນຍຸກທີ່ມີການພັດທະນາ ຢ່າງກ້ວາງຂວາງ ແລະ ວ່ອງໄວ ສົມທົບໃສ່ການແຂ່ງຂັນດ້ານທຸລະກິດ ບວກກັບ ຄວາມຮຽກຮ້ອງຕ້ອງການໃນລະບົບເຕັກໂນໂລຊີ ນຳໃຊ້ເຂົ້າໃນການຄຸ້ມຄອງ ແລະ ຕອບສະໜອງພະລັງງານ ໄຟຟ້າໃຫ້ແກ່ສັງຄົມ ຢ່າງພຽງພໍ ແລະ ມີປະສິດທິພາບ ໃນປັດຈຸບັນ ການພັດທະນາ ແລະ ການຂະຫຍາຍຕົວເສດຖະກິດ-ສັງຄົມ ໃນ ສປປ ລາວ ໄດ້ມີອັດຕາສ່ວນແບບ ກ້າວກະໂດດຂື້ນເລື້ອຍໆ ບັນດາແຫຼ່ງຜະລິດກະແສໄຟຟ້າ, ລະບົບສົ່ງ, ສະຖານີໄຟຟ້າ ແລະ ລະບົບຈຳໜ່າຍ ແມ່ນກຳລັງພັດທະນາ ແລະ ເພີ່ມຂື້ນຢ່າງ ໄວວາ. ໃນຜ່ານມາ EDL-JEPIC ໄດ້ຈັດສຳມະນາຮ່ວມກັນແລ້ວທັງໜົດ 10 ຄັ້ງ,(ຈັດຂື້ນ ໃນ ສປປ ລາວ 5ຄັ້ງ ແລະ ປະເທດ ຍີ່ປຸ່ນ 5ຄັ້ງ). ສຸດທ້າຍຂອງກອງປະຊຸມກໍ່ຍັງໄດ້ມີການແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການ ກັບ ນັກວິທະຍາກອນ ທີ່ມີປະສົບການຍາວນານທາງດ້ານວຽກງານພະລັງງານໄຟຟ້າ ແລະ ເພື່ອສະແດງເຖິງໜາກຜົນຂອງກອງປະຊຸມ,ຮອງຜູ້ອຳນວຍການ ຝ່າຍປະສານງານຜົວພັນ JEPIC ທ່ານ ອະຊືຊິ ຮາມາດະ( Atsushi HAMADA)ກໍ່ໄດ້ກຽດມອບໃບຢັ້ງຢືນກ່ຽວກັບ ການຝຶກອົບຮົມສຳມະນາ ໃນຄັ້ງນີ້ໃຫ້ແກ່ນັກສຳມະນາກອນທຸກໆທ່ານທີ່ເຂົ້າຮ່ວມ