ພິທີຮັບເອົາເອື້ອຍນ້ອງແມ່ຍິງ ມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະຫະພັນ ແມ່ຍິງລາວ ລັດວິສາຫະກິດໄຟຟ້າລາວ

13-01-2017.



            ໃນວັນທີ 13  ມັງກອນ 2017 ຢູ່ທີ່ຫ້ອງປະຊຸມສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ, ໜ່ວຍສະ​ຫະ​ພັນ​ແມ່​ຍິງ​ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີຮັບເອົາເອື້ອຍນ້ອງ ມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກສະຫະພັນ ແມ່ຍິງລາວ ໂດຍການເປັນປະທານຂອງ ທ່ານ ນາງ ລັດຕະນາ ປະທຸມວັນ ຮອງປະທານ ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ທັງເປັນຜູ້ອຳນວຍການໃຫ່ຍບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ທ່ານ ນາງ ຈັນຖະໝອມ ສຸກຂະຜົນ ປະທານສະຫະພັນແມ່ຍິງ ລັດວິສາຫະກິດໄຟຟ້າລາວ, ​ຄະ​ນະ​ໝ່ວຍສະຫະພັນແມ່ຍິງໄຟຟ້າລາວ, ຄະ​ນະ​ຈຸ​ ແລະ ໝ່ວຍ​ອ້ອມ​ຂ້າງ ເຂົ້າຮ່ວມຢ່າງ​ ພ້ອມ​ພຽງ. ທ່ານ ນາງ ຈັນຖະໝອມ ສຸກຂະຜົນ ປະທານສະຫະພັນແມ່ຍິງ ລັດວິສາຫະກິດໄຟຟ້າລາວ ໃນກອງປະຊຸມໄດ້ອ່ານຂໍ້ຕົກລົງ ຂອງຄະນະ ບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ຮັບເອົາເອື້ອຍນ້ອງ ມະຫາຊົນຜູ້ກ້າວໜ້າຂອງ ລັດວິສາຫະກິດໄຟ້າລາວ ເຂົ້າເປັນສະຫະພັນ ແມ່ຍິງ ລາວ ຈຳນວນ 23 ຄົນ, ພ້ອມດຽວກັນນັ້ນ ທ່ານຮອງປະທານ ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ຍັງໄດ້ຊີ້ທິດເຢືອງທາງໃຫ້ສະມາຊິກທຸກທ່ານ ໃຫ້ສືບຕໍ່ຮັກສາ​ຄຸນ​ລັກ​ສະ​ນະມູນເຊື້ອອັນດີງາມ ທີ່ແມ່ຍິງລາວເຮົາຍາດມາໄດ້ ແລະ ຊອກຮູ້ຮ່ຳຮຽນ ໃຫ້  ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ເພື່ອສ້າງຕົນໃຫ້ເປັນພະນັກງານສຶບທອດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.