ພິທີເປີດການນໍາໃຊ້ໄຟຟ້າ ຢູ່ທີ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

13-01-2017.


orologi replica fake rolex replica uhren

       ໃນວັນທີ 10 ມັງກອນ 2016 ທີ່ຜ່ານມາ, ຢູ່ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ມີພິທີເປີດການນໍາໃຊ້ໄຟຟ້າເປັນ 2 ວົງຈອນ ຈາກ 500 ກິໂລວັດ ເພີ່ມເປັນ 10 ເມກາວັດ ເຂດເມືອງຫ້ວຍຊາຍ-ຊຽງຂອງ(ປະເທດໄທ) ໂດຍການເຂົ້າຮ່ວມ ຂອງ ທ່ານ ບຸນອຸ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (EDL) ແລະ ທ່ານ ເສິມສະກຸນ ຄ້າຍແກ້ວ ຜູ້ວ່າການການໄຟຟ້າສ່ວນພູມມີພາກ (PEA)ມີພະນັກງານ ວິຊາການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.                

     ໃນພິທີ ທ່ານ ບຸນສຽງ ລັດຕະນະສິງ ຫົວໜ້າຝ່າຍປະຕິບັດການໄຟຟ້າພາກເໜືອ ລັດວິສາຫະກິດໄຟຟ້າລາວ,ໄດ້ຂື້ນລາຍງານສະພາບການຊົມໃຊ້ໄຟຟ້າພາຍໃນແຂວງບໍ່ແກ້ວໂດຍຫຍໍ້ ເນື່ອງຈາກວ່າ ແຂວງບໍ່ແກ້ວ ແມ່ນແຂວງໜຶ່ງທີ່ຕິດກັບຊາຍແດນລະຫວ່າງປະເທດ ແລະ ເປັນແຂວງທີ່ລະບົບສາຍສົ່ງໄຟຟ້າແຮງສູງໄປຍັງບໍ່ທັນຮອດ ແຕ່ເປັນແຂວງທີ່ມີການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ ແລະ ໄວ, ດັ່ງນັ້ນ ຄວາມຕ້ອງການ ດ້ານພະລັງງານໄຟຟ້າຈີ່ງນັບມື້ໄດ້ເພີ່ມຂື້ນ ເພື່ອເຮັດໃຫ້ການສະໜອງພະລັງງານໄຟຟ້າໃຫ້ພຽງພໍ ແລະ ທົ່ວເຖີງ, ລັດວິສາຫະກິດໄຟຟ້າລາວ ແລະ ການໄຟຟ້າສ່ວນພູມມີພາກ ຈີ່ງໄດ້ມີໂຄງການຮ່ວມມື້ກັນເພື່ອ ຊື້-ຂາຍ ພະລັງງານໄຟຟ້າເພີ່ມອີກ ເຊີ່ງການຊື້-ຂາຍ ແມ່ນໄດ້ເລີ່ມມາແຕ່ ປີ 2010 ເປັນຕົ້ນມາ ແຕ່ເປັນໄຟຟ້າ 1 ວົງຈອນ ໂດຍໃຊ້ແຮງດັນ 22 ກິໂລໂວນ ຈາກຊຽງແສນ(ປະເທດໄທ)  -ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍໄດ້ເປີດການນໍາໃຊ້ໃນ ປີ 2011 ແຕ່ເຖິງແນວໃດກໍ່ຕາມ ພະລັງງານໄຟຟ້າທີ່ນໍາມາໃຊ້ກໍ່ຍັງບໍ່ພຽງພໍກັບການຊົມໃຊ້ຕົວຈີງ ມາຮອດປີ 2015 ສະພາບການຊົມໃຊ້ພາຍໃນ ແຂວງບໍ່ແກ້ວ ແມ່ນບໍ່ພຽງພໍພະລັງງານ ແລະ ລະບົບສາຍສົ່ງໄຟຟ້າແຮງສູງ  115 ກິໂລໂວນ ແລະ ສະຖານີ ຍັງບໍ່ມີ ຈຶ່ງເຮັດໃຫ້ລະບົບໄຟຟ້າບໍ່ມີສະຖຽນລະພາບດ້ານພະລັງງານໄຟຟ້າ. ຮອດທ້າຍປີ 2015 ຫາຕົ້ນປີ 2016 ລັດວິສາຫະກິດໄຟຟ້າລາວ ແລະ  ການການໄຟຟ້າສ່ວນພູມມີພາກ  ຈີ່ງໄດ້ມີໂຄງການຮ່ວມກັນລົງສຳຫຼວດລະບົບຕາຂ່າຍໄຟຟ້າ ແລະ ເຫັນດີຮ່ວມກັນ ປັບປຸງລະບົບສາຍສົ່ງຄືນໃໝ່ ຄື: ຈຸດ ຫ້ວຍຊາຍ - ຊຽງຂອງ(ປະເທດໄທ) ເປັນວົງຈອນທີ 2 ແລະ ກໍ່ສ້າງສຳເລັດ ໃນວັນທີ 01 ພະຈິກ 2016