ເປີດການນຳໃຊ້ສາຍສົ່ງ 115 ກວ ໜອງເດີ່ນ-ເຊໂນ-ເມືອງພີນ

10-01-2017.



              ພິທີເປີດການນຳໃຊ້ ສາຍສົ່ງ-ສະຖານີໄຟຟ້າແຮງສູງ 115 ກິໂລໂວນ ໜອງເດີ່ນ-ເຊໂນ-ເມືອງພີນ ໄດ້ເປີດຂື້ນຢ່າງເປັນທາງການ ໃນວັນທີ 9 ມັງກອນ 2016 ທີ່ຜ່ານມາ, ໂດຍການເປັນປະທານຂອງທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີທ່ານຮອງເຈົ້າແຂວງສະຫວັນນະເຂດ, ຄະນະຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ຄະນະນໍາຈາກສູນກາງ, ທ່ານເຈົ້າເມືອງ, ຕະຫຼອດຮອດອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

              ໂຄງການສາຍສົ່ງ 115 ກວ ໜອງເດີ່ນ-ເຊໂນ-ເມືອງພີນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 20/01/2014 ແລະ ມາຮອດປະຈຸບັນ ແມ່ນສຳເລັດຕາມຄາດໝາຍທີ່ວາງໄວ້. ໂຄງການດັ່ງກ່າວ ແມ່ນໄດ້ກວມເອົາຈຳນວນ 5 ເມືອງ ຂອງແຂວງສະຫວັນນະເຂດ, ຊຶ່ງປະ ກອບມີ ເມືອງອຸທຸມພອນ, ເມືອງໄກສອນ, ເມືອງພະລານໄຊ, ເມືອງອາດສະພັງທອງ ແລະ ເມືອງພີນ.  ປະກອບມີ 2 ພາກຄື: ພາກສາຍສົ່ງ ແລະ ພາກສະຖານີ. ພາກສາຍສົ່ງ ປະກອບມີ: ສາຍສົ່ງແຕ່ສະຖານີໜອງເດີ່ນ ຫາ ສະຖານີເຊໂນ ມີຄວາມຍາວ 42,8 ກມ ຈໍານວນເສົາໄຟຟ້າ 115 ຕົ້ນ ແລະ ສາຍສົ່ງແຕ່ສະຖານີເຊໂນ ຫາ ສະຖານີເມືອງພີນ ມີຄວາມຍາວ 108,2 ກມ ແລະ ມີຈຳນວນເສົາໄຟຟ້າ 347 ຕົ້ນ. ພາກສະຖານີ ແມ່ນໄດ້ມີການສ້າງສະຖານີໃໝ່ 2 ແຫ່ງຄື: ສະຖານີ 115/22 ກວ ເຊໂນ ເມືອງອຸທຸມພອນ, ແລະ ສະຖານີ 115/22 ກວ ເມືອງພີນ, ຂະຫຍາຍສະຖານີ 115/22 ກວ 1 ແຫ່ງຄື: ສະຖານີ 115/22 ກວ ໜອງເດີ່ນ. ໂຄງການສາຍສົ່ງ 115 ກວ   ໜອງເດີ່ນ-ເຊໂນ-ເມືອງພີນ ແມ່ນໂຄງການໜຶ່ງທີ່ເຊື່ອມຕໍ່ສາຍສົ່ງແຮງສູງ 115 ກວ ລະຫວ່າງ ແຂວງສະຫວັນນະເຂດ ຫາ ແຂວງສາລະວັນ ແລະ ແຂວງເຊກອງ. ພ້ອມດຽວກັນນັ້ນ ກໍ່ຍັງເຊື່ອມຕໍ່ກັບບັນດາເຂື່ອນຕ່າງໆທາງພາກໃຕ້ ຂອງ ສປປ ລາວ ເປັນຕົ້ນແມ່ນ ເຂື່ອນຫ້ວຍລຳພັນໃຫຍ່, ເຂື່ອນເຊເສັດ 1-2, ແລະ ສິ່ງສໍາຄັນ ແມ່ນຍັງຈະເປັນຈຸດເຊື່ອມຕໍ່ກັບລະບົບສາຍສົ່ງ 115 ກວ ຂອງປະເທດ ສສ ຫວຽດ ນາມ ໃນອະນາຄົດ ແລະ ສາຍສົ່ງດັ່ງກ່າວ ຍັງສາມາດເຊື່ອມຕໍ່ກັບສາຍສົ່ງທີ່ມີຢູ່ແລ້ວ ເປັນວົງແຫວນ ເພື່ອຮັບປະກັນການສະໜອງພະລັງງານໄຟຟ້າເພື່ອພັດທະນາເສດຖະກິດ-ສັງຄົມໃຫ້ແກ່ເຂດພາກກາງຂອງລາວ ເວົ້າລວມ ເວົ້າສະເພາະກໍ່ແມ່ນເຂດເສດຖະກິດພິເສດ ສະຫວັນ-ເຊໂນ ເພື່ອໃຫ້ມີຄວາມໝັ້ນຄົງ ຮັບປະກັນດ້ານພະລັງງານໄຟຟ້າ.