ທ່ານ ຮອງຜູ້ອຳນວຍການໃຫ່ຍ ລັດວິສາຫະກິດ ໄຟຟ້າລາວ ພົບປະໂອ້ລົມພະນັກງານ ຟຟລ ສາຂາ ແຂວງສະຫັວນນະເຂດ

10-01-2017.



               ໃນວັນທີ 5 ມັງກອນ 2017 ຢູ່ທີ່ຫ້ອງປະຊຸມໃຫຍ່ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງສະຫວັນນະເຂດ , ທ່ານ ດວງສີ ພາຣະລາຍົກ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ໄດ້ພົບປະໂອ້ລົມພະນັກງານ ກຳມະກອນ ເພື່ອເຜີຍແຜ່ວຽກງານ ໃນຫຼາຍດ້ານ ໃນສົກປີທີ່ ຜ່ານມາ ແລະ ແນະນຳຫຼາຍບັນຫາທີ່ຈະຕ້ອງສູ້ຊົມໃນປີຕໍ່ໄປ. ເຂົ້າຮ່ວມ ມີຫົວໜ້າ ລັດວິສາຫະກິດ ໄຟຟ້າລາວ ສາຂາ ແຂວງສະຫວັນນະເຂດ, ຮອງຫົວໜ້າສາຂາ ພ້ອມດ້ວຍ 8 ພະແນກການອ້ອມຂ້າງ ແລະ 14 ສູນບໍລິການຂອງສາຂາ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກງານ​ຕ່າງໆໃນໄລຍະຜ່ານມາ, ສະຫຼຸບການເຄື່ອນໄຫວວຽກງານ ໃນແຕ່ລະດ້ານ ຂໍ້ສະດວກ,ຂໍ້ຫຍຸ້ງຍາກ ແລະ ວິທີແກ້ໄຂ້ ພ້ອມນັ້ນກໍ່ໄດ້ສະເໜີແຜນການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍຕິດພັນກັບວຽກງານ 3 ສ້າງກໍ່ຄຶແຜນພັດທະນາເສດຖະກິດສັງຄົມຂອງ ແຂວງສະຫວັນນະເຂດ ທີ່ໄດ້ວາງອອກ  ຫລັງ​ຈາ​ກນັ້ນ ທ່ານ ດວງສີ ພາຣະຍົກ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ​ໄດ້​ໂອ້​ລົມ​ໃຫ້​ທິດ​ຊີ້​ນຳ,​ ຍ້ອງຍໍ ​ແລະ ຊົມ​ເຊີຍ​ຕໍ່ກັບ​ບັນດາ​ຜົນງານ​ທີ່​ທັງ​ສາມ​ພາກ​ສ່ວນທີ່ຍາດມາ​ໄດ້​ ອັນໄດ້​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້ການ​ນຳ​ແຕ່​ລະ​ພາກ​ສ່ວນ​ເອົາ​ໃຈ​ໃສ່​ຊີ້​ນຳ-​ນຳພາ ​ແລະ ຄຸ້ມ​ຄອງ​ໜ້າ​ວຽກຂອງຕົນ ​ຮັບຜິດ​ຊອບ​ໃຫ້​ມີ​ຄວາມ​ໜັກ​ແໜ້​ນ​ ແລະ ​ເຂັ້ມ​ແຂງ ພ້ອມ​ທັງ​ເອົາ​ໃຈ​ໃສ່​ການ​ກວດກາ, ​ກວດ​ສອບ​ບັນດາ​​ໂຄງການ​ໃນຄວາມຮັບຜິດຊອບຂອງຕົນໃຫ້​ມີ​ຄຸນ​ນະພາ​ບ ​ແລະ ປະສິດທິພາບ​ສູງ, ເພື່ອສ້າງຄວາມເຊື່ອໜັ້ນໃຫ້ກັບພໍ່ແມ່ປະຊາຊົນ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານທັງໝົດທີ່ຖືກມອບໝາຍໃຫ້ສຳເລັດຕາມແຜນການທີ່ວາງໄວ້.