ພິທີສະເຫຼີ່ມສະຫຼອງເປີດການນໍາໃຊ້ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 2, 5 ແລະ 6 ຢ່າງເປັນທາງການ.

20-09-2016.



ໃນວັນທີ 12 ພຶດສະພາ 2016 ທີ່ຜ່ານມາ, ຢູ່ທີ່ ເຂື່ອນໄຟຟ້ານໍ້າອູ 5 ແຂວງຜົ້ງສາລີ ໄດ້ມີພິທີສະເຫຼີມສະຫຼອງຜົນສຳເລັດ ການກໍ່ສ້າງ ໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳອູ 2, 5 ແລະ 6 ຂື້ນ, ໃຫ້ກຽດເປັນປະທານໂດຍ ທ່ານ ດຣ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄຳຜອຍ ວັນນະສານ ຮອງເຈົ້າແຂວງ ແຂວງຜົ້ງສາລີ, ທ່ານ ສີສະຫວາດ ທິຣະວົງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ຜູ້ຮັບເໝົາກໍ່ສ້າງໂຄງການ ພ້ອມດ້ວຍແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 2, 5, 6 ແມ່ນນອນໃນແຜນພັດທະນາເຂື່ອນໄຟຟ້ານໍ້າອູ 1 ຫາ ນໍ້າອູ 7 ເຊີ່ງໄດ້ແບ່ງເປັນການກໍ່ສ້າງເປັນ 2 ໄລຍະ ລວມກຳລັງຕິດຕັ້ງທັງໝົດ 1272 ເມກາວັດ ກະແສໄຟຟ້າທັງໝົດແມ່ນຈະສົ່ງເຂົ້າໄຟຟ້າລາວໃນລະບົບແຮງດັນ 230 ແລະ 115 ກິໂລໂວນ ເພື່ອນໍາມາພັດທະນາເສດຖະກິດຂອງ ສປປລາວ ແລະ ສ່ວນທີ່ເຫຼືອກໍ່ຈະສົ່ງຂາຍໃຫ້ບັນດາປະເທດອອ້ມຂ້າງເພື່ອເປັນການແລກປຽ່ນພະລັງງານຮ່ວມກັນໃນບັນດາປະເທດສະມາຊິກອາຊຽນ.