ພິທີເປີດການນຳໃຊ້ເຂື່ອນໄຟຟ້າ ເຊເສັດ 3 ຢ່າງເປັນທາງການ

10-01-2017.



                ພິທີສະເຫຼີມສະຫຼອງຜົນສຳເລັດການກໍ່ສ້າງໂຄງການເຂື່ອນໄຟຟ້າ ເຊເສັດ 3 ແລະ ເປີດນໍາໃຊ້ຢ່າງເປັນທາງການ ແມ່ນໄດ້ຈັດຂື້ນໃນວັນທີ 6 ມັງກອນ 2017 ທີ່ຜ່ານມາ. ໂດຍການເປັນປະທານຂອງທ່ານ ປອ ຄຳມະນີ ອິນທິລາດ ກຳມະການສູນກາງພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີທ່ານເຈົ້າແຂວງຈຳປາສັກ, ທ່ານເຈົ້າແຂວງສາລະວັນ, ທ່ານເຈົ້າແຂວງເຊກອງ, ທ່ານເຈົ້າແຂວງອັດຕະປື, ເອກອັກຄະລັດຖະທູດ ສປ. ຈີນ ປະຈຳ ສປປ ລາວ, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄະນະນຳຈາກສູນກາງ, ທ່ານເຈົ້າເມືອງ, ຕະຫຼອດຮອດອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

                ເຂື່ອນໄຟຟ້າເຊເສັດ 3 ມີທີ່ຕັ້ງຢູ່ຕາມເຂດຊາຍແດນ ລະຫວ່າງ ເມືອງເລົ່າງາມ ແຂວງສາລະວັນ ແລະ ເມືອງປາກຊ່ອງ ແຂວງຈຳປາສັກ, ມີກຳລັງຕິດຕັ້ງ 23 MW ສາມາດຜະລິດພະລັງງານໄຟຟ້າໄດ້ 80 ລ້ານກິໂລວັດໂມງຕໍ່ປີ, ມູນຄ່າການກໍ່ສ້າງທັງໝົດແມ່ນ 50,7 ລ້ານໂດລາ, ໂດຍແມ່ນທຶນກູ້ຍືມຈາກທະນາຄານ EXIM BANK ແຫ່ງ ສປ.ຈີນ, ເຊິ່ງໄດ້ເລີ່ມການກໍ່ສ້າງມາແຕ່  ວັນທີ 17 ມັງກອນ 2014 ແລະ ໄດ້ສໍາເລັດໃນວັນທີ 25 ກໍລະກົດ 2016 ຊຶ່ງສໍາເລັດກ່ອນແຜນການ 6 ເດືອນ. ເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນຍຸດທະສາດການພັດທະນາອຸດສາຫະກໍາພະລັງງານໄຟຟ້າຢູ່ໃນປະເທດ ຕາມແນວທາງແຜນຍຸດທະສາດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ເປັນຕົ້ນແມ່ນຢູ່ໃນຂອບເຂດຈຸດສຸມພັດທະນາຂອງ 2 ແຂວງຄື: ແຂວງຈຳປາສັກ ແລະ ແຂວງສາລະວັນ ເວົ້າສະເພາະ, ໃຫ້ດີຂື້ນເທື່ອລະກ້າວ. ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ສ້າງເງື່ອນໄຂໃນການປະຕິບັດການເຊື່ອມໂຍງ ດ້ານພະລັງງານກັບປະເທດໄກ້ຄຽງ ແລະ ສ້າງໃຫ້ປະເທດກາຍເປັນໃຈກາງດ້ານພະລັງງານໄຟຟ້າ ສຳລັບຂົງເຂດອາຊຽນໃນອະນາຄົດ.