ກອງປະຊຸມ The 2nd Meeting of Thai-Laos System to System Interconnection Working Group

19-12-2016.



              ກອງ​ປະຊຸມ The 2nd Meeting of Thai-Laos System to System Interconnection Working Group ລະຫວ່າງ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ(ຟຟລ)​  ​ແລະ ກາ​ນ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ(ກຟຜ) ໄດ້ໄຂຂື້ນໃນວັນທີ 16 ທັນວາ 2016 ທີ່ຜ່ານມາ, ຢູ່ທີ່ແຂວງພູເກັດ ປະເທດໄທ. ໂດຍການເປັນປະທານຮ່ວມຂອງທ່ານ ດວງສີ ພາຣະຍົກ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ກິດຈາ ສີພັດຕັງກູລະ ຮອງຜູ້ວ່າການ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ. ມີ   ຄະນະຝ່າຍຄຸ້ມຄອງສາຍສົ່ງ-ສະຖານີ, ຫົວໜ້າພະແນກວາງແຜນສາຍສົ່ງ ຈາກກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພະນັກງານວິຊາການຂອງສອງພາກສ່ວນເຂົ້າຮ່ວມ.

             ໃນ​​ກອງ​ປະຊຸມດັ່ງກ່າວ ​ແມ່ນ​​ໄດ້​ທວນຄືນເນື້ອໃນ ​ແລະ ຂໍ້ຄົງຄ້າງ ຈາກການປະຊຸມຄັ້ງທີ 1 ທີ່ຜ່ານມາ ລວມ​ເຖິງ​​ແຜນ​ໃນ​ອະນາຄົດ​ອັນ​ໃກ້ ກ່ຽວກັບ​​ການປັບປຸງລະບົບ​ຮັບ-ສົ່ງກະ​ແສ​ໄຟຟ້າ ​ ​ເພື່ອ​ໃຫ້​ລະບົບ​ໄຟຟ້າ​ຂອງ​ທັງ​ສອງ​ປະ​ເທດ ​ມີ​ສະຖຽນລະ​ພາບ ​ແລະ ມີ​ຄວາມ​ໝັ້ນຄົງ​ຄຽງຄູ່​ກັນ. ຫາຈຸດເຊື່ອມຕໍ່ໃໝ່ ເພື່ອແລກປຽ່ນພະລັງງານໃຫ້ຫຼາຍຂື້ນ ລະຫວ່າງ 2 ປະເທດ, ປຶກສາຫາລືກ່ຽວກັບບັນຫາຂອງລະບົບສົ່ງ ທີ່ບໍ່ສອດຄ່ອງກັນ, ການກໍ່ສ້າງສາຍສົ່ງ-ສະຖານີໃໝ່ ຕາມເຂດຊາຍແດນຂອງທັງສອງປະເທດ ເພື່ອເຊື່ອມຫາກັນ, ຍົກລະ ດັບແຮງດັນຈາກ 115 Kv ເປັນ 230 Kv ແລະ ຈາກ 230 Kv ເປັນ 500 Kv, ກຳນົດຂອບເຂດເວລາ ຂອງການແລກປຽ່ນພະລັງງານໃນອະນາຄົດ ເພື່ອກຽມການຮອງຮັບພະລັງງານຈາກເຂື່ອນທີ່ກໍ່ສ້າງແລ້ວໃນອະນາຄົດ ແລະ ບັນຫາຂອງການກໍ່ສ້າງໂຄງການ ບາງໂຄງການທີ່ຍັງລ່າຊ້າຈາກຜູ້ຮັບເໝົາ, ຊຶ່ງມີ​ການ​ທົບ​ທວນ​ກ່ຽວກັບ​ສັນຍາ​ການ​ແລກປ່ຽນພະລັງງານຂອງ 2 ປະ​ເທດ, ພ້ອມ​ທັງວາງ​ແຜນ​ແກ້​ໄຂ​ບັນຫາ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ປີຕໍ່​ໄປ, ນອກ​ນັ້ນ ຟຟລ-ກຟຜ ຍັງ​ໄດ້​ຕົກລົງ​ຈະ​ສ້າງສາ​ຍສົ່ງ​ເພີ່ມຂຶ້ນ ​ເພື່ອ​ຮັບປະກັນ​ຄວາມມີສະຖຽນລະ​ພາບຂອງ​ລະບົບ​ໄຟຟ້າ​ທັງ​ສອງ​ປະ​ເທດ ​ແລະ ​ບົບ​ເຊື່ອມ​ໂຍງ​ລະຫວ່າງ ຟຟລ ​ແລະ ກຟຜ ​ໃນ​ລັກສະນະ​ລະບົບ​ຕໍ່ລະບົບ ​ເຮັດ​ໃຫ້ການ​ສົ່ງ​ອອກ​ພະລັງງານ​ມີ​ປະສິດ​ທິພາ​ບ ​ແລະ ຄວາມ​ໝັ້ນຄົງໃຫ້ຫຼາຍກວ່າເກົ່າ​.