ພິທີມອບ-ຮັບໜ້າທີ່ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ

16-02-2024.



ພິທີ ມອບ-ຮັບ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂື້ນ ໃນວັນທີ 16 ກຸມພາ2024 ທີ່ ລັດວິສາຫະກິດໄຟຟ້າລາວ  ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ໂພໄຊ ໄຊຍະສອນ  ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຫົວໜ້າກົມ, ຮອງກົມ, ຜູ້ບໍລິຫານ, ພະນັກງານຫຼັກແຫຼ່ງ ຂອງ ລັດວິສາຫະກິດໄຟຟ້າລາວ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ໃນພິທີໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ເລກທີ 0545/ກງ ລົງວັນທີ 13 ກຸມພາ 2024  ແຕ່ງຕັ້ງ ທ່ານ ວົງສະກຸນ ຍິ່ງຍົງ ອໍານວຍການໃຫຍ່ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ເປັນຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ປ່ຽນແທນ ທ່ານ ຈັນທະບູນ ສຸກອາລຸນ ທີ່ໄດ້ຮັບການແຕ່ງຕັ້ງໄປຮັບໜ້າທີ່ຢູ່ບ່ອນໃໝ່, ຈາກນັ້ນ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ກໍ່ໄດ້ລາຍງານຫຍໍ້ຜົນສໍາເລັດຫຼາຍດ້ານທີ່ຍາດມາໄດ້ໃນໄລຍະ 3 ປີທີ່ຜ່ານມາ ຫຼັງຈາກນັ້ນ ກໍ່ໄດ້ມີພິທີລົງນາມມອບ-ຮັບ ຢ່າງເປັນທາງການ, ໃນຕອນທ້າຍພິທີກໍ່ໄດ້ຮັບຟັງການໃຫ້ກຽດໂອ້ລົມ ຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານໄດ້ຍົກໃຫ້ເຫັນພາລະບົດບາດ ແລະ ຄວາມສໍາຄັນ ຂອງ ລັດວິສາຫະກິດໄຟຟ້າລາວ ຕໍ່ປະເທດຊາດ ແລະ ພາກພື້ນອາຊີ ການພັດທະນາພະລັງງານໄຟຟ້າ ໃຫ້ສອດຄ່ອງກັບວິໄສທັດໃນການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ,  ຂຸດຄົ້ນນໍາໃຊ້ທຸກກຳລັງແຮງຊັບພະຍາກອນທຳມະຊາດ  ໃນການສົ່ງເສີມຫົວໜ່ວຍເສດຖະກິດ ຂອງ ຊາດໃຫ້ເຂັ້ມແຂງ ຍູ້ແຮງການສະໜອງໄຟຟ້າຮັບໃຊ້ພາຍໃນໃຫ້ພຽງພໍ ໝັ້ນຄົງ ພ້ອມທັງເຊື່ອມໂຍງ-ແລກປ່ຽນພະລັງງານໄຟຟ້າກັບປະເທດເພື່ອນບ້ານ ຕາມຍຸດທະສາດພັດທະນາພະລັງງານໄຟຟ້າແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.