ລົງເຄື່ອນໄຫວປູກຈິດສຳນືກ ໃຫ້ຄວາມຮູ້ກ່ຽວກັບການ ນຳໃຊ້ໄຟຟ້າ ຢ່າງຖືກຕ້ອງ, ປະຢັດ ແລະ ປອດໄພ

14-12-2016.



         ເພື່ອເປັນການ ປູກຈິດສຳນືກ ເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ໄຟຟ້າຢ່າງຖືກຕ້ອງ, ປະຢັດ ແລະ ປອດໄພ ໃຫ້ຄວາມຮູ້ໃນການນຳໃຊ້ໄຟຟ້າໃຫ້ເກີດຜົນ, ໃນລະຫວ່າງວັນທີ 8-9 ທັນວາ 2016 ທີ່ຜ່ານມາ, ລັດວິສາຫະກິດໄຟຟ້າລາວ ໄດ້ສ້າງກິດຈະກຳປູກຈິດສຳນືກ ໃຫ້ຄວາມຮູ້ກ່ຽວກັບການ ນຳໃຊ້ໄຟຟ້າ  ຢ່າງຖືກຕ້ອງ, ປະຢັດ ແລະ ປອດ-ໄພ ຢູ່ທີ່ໂຮງຮຽນມັດທະຍົມ  ຕອນປາຍ ວັງວຽງ ແລະ ໂຮງຮຽນມັດທະຍົມສົມບູນ ປາກກະຍຸງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ພອນສະຫວັນ ສຸກັນຍາ ຜູ້ອຳນວຍ ການໂຮງຮຽນມັດທະຍົມ  ຕອນປາຍ ວັງວຽງ ທ່ານ ນາງ ໂອເດັດ  ແກ້ວອຸເດັດ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນປາກກະຍຸງ ພ້ອມດ້ວຍ ຫົວໜ້າສູນໄຟຟ້າເມືອງວັງວຽງ,ຫົວໜ້າສູນໄຟຟ້າເມືອງທຸລະຄົມ ມີພະນັກງານ-ວິຊາການ ແລະ ນັກຮຽນຄູອາຈານເຂົ້າຮ່ວມ ພ້ອມໃຫ້ຄວາມສົນໃຈ ແລະ ຮ່ວມມືເປັນຢ່າງດີ. ໃນກິດຈະກຳທາງທີມງານ ລັດວິສາຫະກິດໄຟຟ້າລາວ ໄດ້ເຜີຍແຜ່ໃຫ້ຄວາມຮູ້ການນຳໃຊ້ໄຟຟ້າ ຢ່າງຖືກຕ້ອງ, ປະຢັດ  ແລະ ປອດໄພ ແລະ ພ້ອມຫຼີ້ນກິດຈະກຳຖາມ-ຕອບ ກ່ຽວກັບການນຳໃຊ້ໄຟຟ້າໄປພ້ອມໆກັນ ເພື່ອສ້າງບັນຍາກາດ ແລະ ແຈກເຄື່ອງທີ່ລະນຶກຕ່າງໆ ໃຫ້ແກ່ຄູອາຈານ, ນັກຮຽນທີ່ຮ່ວມ ຫຼີ້ນເກມກິດຈະກຳອີກດ້ວຍ.