ຟຟລ ເຜີຍແຜ່ວຽກງານແນວຄິດການເມືອງ ເພື່ອສ້າງຄວາມເຂັ້ມແຂງ 6 ສາຂາ ແຂວງພາກເໜືອ.

24-02-2022.



   ເພື່ອຍົກສູງວຽກງານບໍລິຫານ-ຄຸ້ມຄອງ ແລະ ການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ( ຟຟລ) ເດີນໜ້າໄປດ້ວຍບາດກ້າວໃໝ່ທີ່ໝັ້ນຄົງ, ໃນລະຫວ່າງ ວັນທີ 21-25 ກຸມພາ 2022 ຢູ່ຫ້ອງປະຊຸມ ຟຟລ ສາຂາ ແຂວງຜົ້ງສາລີ, ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ສາຂາ ແຂວງ ໄຊຍະບູລີ, ທ່ານ ຄູນ ບົວແພງພັນ ຜູ້ຊ່ວຍຜູ້ອຳນວຍການ ຟຟລ ໄດ້ພົບປະໂອ້ລົມກັບ ພະນັກງານຫຼັກແຫຼ່ງ, ຄະນະສາຂາ, ຄະນະຫ້ອງການຄຸ້ມຄອງລະບົບສົ່ງ ແລະ ພະນັກງານ ວິຊາການ ກ່ຽວກັບ ແຜນປະຕິຮູບອົງກອນ ຂອງ ຟຟລ ຊິ່ງກວມເອົາ ວຽກງານນະໂຍບາຍ, ຈັນຍາບັນຂອງພະນັກງານ, ວຽກງານກວດກາ, ສະພາບລວມຂອງ ຟຟລ, ການປັບປຸງໂຄງສ້າງການຈັດຕັ້ງ, ແນວທາງການດຳເນີນທຸລະກິດໃນຕໍ່ໜ້າ ແລະ ວຽກງານການເມືອງແນວຄິດຂອງພະນັກງານ ເຊິ່ງເປັນທິດທາງການປັບປຸງແຜນດຳເນີນງານຂອງ ຟຟລ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ກ້າວໄປສູ່ການສ້າງໃຫ້ ລັດວິສາຫະກິດໄຟຟ້າລາວ ເປັນຫົວໜ່ວຍ ວິສາຫະກິດຂອງລັດ ທີ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ໃນໂອກາດນີ້ ສໍານັກງານໃຫຍ່ ຟຟລ ໄດ້ມອບ ຕູ້ຮັບຄໍາຄິດເຫັນຈາກສັງຄົມ ໃຫ້ ສາຂາແຂວງ.